ວຽກງານການກະກຽມຂອງຄະນະການຄ້າແຂວງຢຸນນານໃນງານວາງສະແດງສິນຄ້າຂາເຂົ້າສາກົນປະເທດຈີນຄັ້ງທຳອິດໄດ້ດຳເນີນຢ່າງສະດວກ

2018-09-28 17:03:07 |ມາຈາກ: Yunnan Gateway

ໃນວັນທີ 27 ເດືອນ ກັນຍາ,ນັກຂ່າວໄດ້ຮັບຮູ້ຈາກກົມກິດຈະກຳງານວາງສະແດງສາກົນຢຸນນານວ່າ,ວຽກງານການກະກຽມຂອງຄະນະການຄ້າແຂວງຢຸນນານໃນງານວາງສະແດງສິນຄ້າຂາເຂົ້າສາກົນປະເທດຈີນຄັ້ງທຳອິດໄດ້ດຳເນີນຢ່າງສະດວກ,ໄດ້ສຳເລັດ “ມາດຕະຖານທີ່ຕັ້ງໄວ້” 2 ໜ່ວຍກໍຄື:ການລົງທະບຽນຈໍານວນຄົນທີ່ເຮັດທຸລະກິດບໍ່ຫນ້ອຍກວ່າ 3,000 ຄົນ ແລະການລົງທະບຽນຈໍານວນວິສາຫະກິດທີ່ເຮັດທຸລະກິດບໍ່ຫນ້ອຍກວ່າ 1,000 ແຫ່ງ.

ຈາກເດືອນ ພຶດສະພາຂອງປີນີ້,ແຂວງຢຸນນານໄດ້ເປີດກອງປະຊຸມປະສານແລະກອງປະຊຸມກະກຽມທີ່ກ່ຽວຂ້ອງ.ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມກິດຈະກຳງານວາງສະແດງສາກົນຢຸນນານແນະນຳວ່າ,ຈຸດປະສົງຂອງຄະນະການຄ້າແຂວງຢຸນນານທີ່ຈັດຕັ້ງວິສາຫະກິດເຂົ້າຮ່ວມງານວາງສະແດງສິນຄ້າຂາເຂົ້າສາກົນປະເທດຈີນຄັ້ງທຳອິດ,ແມ່ນເພື່ອຊ່ວຍເຫຼືອວິສາຫະກິດຊອກຫາໂອກາດການຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ,ຂະຫຍາຍການຄ້າຂາເຂົ້າແລະຊຸກຍູ້ການຍົກລະດັບຂອງການບໍລິໂພກແລະການຫັນປ່ຽນຮູບແບບຂອງຂະແໜງການ.

ໂດຍໄດ້ຮັບຮູ້ວ່າ,ງານວາງສະແດງສິນຄ້າຂາເຂົ້າສາກົນປະເທດຈີນຄັ້ງທຳອິດຈະຈັດຂຶ້ນໃນລະຫວ່າງວັນທີ 5 ຫາ 10 ເດືອນພະຈິກທີ່ນະຄອນຊ່ຽງໄຮ.