ເພີ່ມ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ເປັນ​ທາງ​ເລືອກ​ຍຸດ​ທະ​ສາດ​ການ​ຕ່າງ​ປະ​ເທດ​ຈີນ

2018-09-29 17:10:14 |ມາຈາກ: cri

ວັນ​ທີ 28 ກັນ​ຍາ​ນີ້, ທ່າ​ນ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 73 ວ່າ, ຈີນ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ບໍ່​ວ່າ​ອະ​ດີດ, ປັດ​ຈຸ​ບັນ ຫຼື ອະ​ນາ​ຄົດ, ຈີນ​ກໍ​ຈະ​ເພີ່ມ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​​ຢ່າງກວ້າງ​ຂວາງ, ນີ້​ເປັນ​ທາງ​ເລືອກ​ຍຸດ​ທະ​ສາດ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເຊິ່ງ​ສອດ​ຄ່ອງ​ກັບ​ຖາ​ນະ, ລະ​ບອບສັງ​ຄົມ ແລະ​ ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ຈີນ, ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຍ້ອນ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ ຍ້ອນ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການໂລກ.