ຈີນ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ເປັນ​ອັນ​ດັບ 2 ຂອງ​ໂລກ

2018-09-29 17:11:15 |ມາຈາກ: cri

“​ຂໍ້​ມູນ​ສະ​ຖິ​ຕິ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ປີ 2017”ທີ່​ປະ​ກາດ​ໃນວັນ​ທີ 28 ກັນ​ຍາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ມາ​ຮອດ​ທ້າຍ​ປີ 2017, ຍອດ​ປະ​ລິ​ມານ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ບັນ​ລຸ​ຫຼາຍກວ່າ 1800 ຕື້​ໂດ​ລາ, ເປັນ​ອັນ​ທັບ 2 ​ຂອງ​ໂລກ, ​ຢັບ​ຂຶ້ນ 4 ​ອັນ​ດັບເມື່ອ​ທຽບ​​ໃສ່ປີ 2016.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ກະ​ຊວງ​ການ​ຄ້າ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່າ​ນ​ຈ່າງ​ຊີ້ງ​ຟູຮອງ​ຫົວ​ໜ້າ​​ກົມ​ຮ່ວມ​ມື​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ໃນ​ທ້າຍ​ປີ 2017,ຍອດ​ປະ​ລິ​ມານ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຕ່າງ​ປະ​ເທດ​ມີ 1809,40 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 451,650 ຕື້ໂດ​ລາ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2016, ກວມ ​5,9% ​ຂອງປະ​ລິ​ມານ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່​ຕ່າງ​ປະ​ເທດຂອງ​ໂລກ, ​ກວມ​ເອົາ 189 ປະ​ເທດ ແລະ ເຂດ​ແຄວ້ນ​ທົ່ວ​ໂລກ.