ລາຍ​ຮັບ ​ແລະ​ລາຍຈ່າຍ​ສາກົນ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ 2 ຮັກ​ສາ​ຄວາມ​ດຸນ​ດ່ຽງ

2018-09-29 17:15:04 |ມາຈາກ: cri

ວັນ​ທີ 28 ກັນຍາ​ນີ້, ອົງການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງປະ​ເທດ​ແຫ່ງ​ຊາດຈີນ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ​ໄຕ​ມາ​ດທີ 2 ປີ 2018, ມູນ​ຄ່າ​ເກີນ​ດຸນຂອງ​ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ຈີນ​ບັນລຸ​ເຖິງ 34 ຕື້​ຢວນ, ມູນ​ຄ່າ​ເກີນ​ດຸນ​ຂອງ​ບັນຊີກອງ​ທຶນ ​ແລະ​ການ​ທະນາຄານຈີນ​ບັນລຸ​ເຖິງ 38,2 ຕື້​ຢວນ ​ໃນ​ນັ້ນ, ​ມູນ​ຄ່າ​ເກີນ​ດຸນ​ຂອງບັນຊີ​ການ​ທະນາຄານ​ທີ່ບໍ່​ແມ່ນຄັງ​ສຳຮອງ​ບັນລຸ​ເຖິງ 191,1 ຕື້​ຢວນ, ກອງ​ທຶນ​ຄັງ​ສຳຮອງ​ເພີ່ມຂຶ້ນ 152,6 ຕື້​ຢວນ.

​ໂຄສົກ​ອົງການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງປະ​ເທດ​ແຫ່​ງຊາ​ດຈີນ​ກ່າວວ່າ: ​ໃນ​ໄຕ​ມາດ​ທີ 2 ປີ 2018, ​ໄດ້​ມີ “ການ​ເກີນ​ດຸນ 2 ບັນຊີ” ຄື: ບັນຊີ​ເງິນຝາກ​ກະ​ແສ​ລາຍ​ວັນ ​ແລະ​ບັນຊີ​ການ​ທະນາຄານ​ທີ່​ບໍ່​ແມ່ນ​ຄັງ​ສຳຮອງ​ຂອງ​ຈີນ, ກອງ​ທຶນ​ຄັງ​ສຳຮອງ​ເພີ່ມ​ຂຶ້ນ, ລາຍ​ຮັບ ​ແລະ​ລາຍ​ຈ່າຍ​ສາກົນ​ຮັກສາ​ຄວາມ​ດຸນ​ດ່ຽງ​ໂດຍ​ພື້ນຖານ​. ​ໃນ​ມື້​ດຽວ​ກັນ, ອົງການ​ດັ່ງກ່າວຍັງ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ທ້າຍ​​ເດືອນ​ມິຖຸນາ​ປີ 2018, ​ຈີນມີກອງທຶນທະນາຄານ​ຕໍ່​ພາຍ​ນອກ 7037,7 ຕື້​​ໂດ​ລາ​ສະຫະລັດ, ມີ​ໜີ້​ສິນ​ຕ່າງປະ​ເທດ 5297,5 ຕື້​ໂດ​ລາ​ສະຫະລັດ ​ແລະ​ມີສິນ​ຊັບຕ່າງປະ​ເທດສຸດທິ 1740,2 ຕື້​ໂດ​ລາ​ສະຫະລັດ.