ໂສມຂອງເມືອງສືຫຼີນໄດ້ຮັບຜົນການເກັບກ່ຽວຢ່າງອຸດົມສົມບູນ

2018-10-08 16:51:00 |ມາຈາກ: Yunnan Gateway

ກຸ່ມຄອບຄົວຂອງສະມາຄົມຮ່ວມມືການປູກຝັງໂສມເປັນອາຊີບ ຂອງກິ່ງແຂວງປົກຄອງຕົນເອງເຜົ່າຢີສືຫຼີນແຂວງຢຸນນານກຳລັງເກັບກ່ຽວໂສມ.ປີນີ້ໂສມຂອງເມືອງສືຫຼີນໄດ້ຮັບຜົນການເກັບກ່ຽວຢ່າງອຸດົມສົມບູນ,ການສະໜອງຕໍ່ຕະຫຼາດບໍ່ພຽງພໍ,ລາຍໄດ້ສະເລ່ຍຂອງແຕ່ລະຄອບຄົວຈຳນວນ 111 ຄອບຄົວຂອງສະມາຄົມຮ່ວມມືການປູກຝັງໂສມເປັນອາຊີບນີ້ກາຍ 100.000 ຢວນ.