ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​​ລະ​ຫວ່າງຈີນ​-ອາ​ຊຽນ​ໃຫ້​ໝັ້ນ​ທ່ຽງ​​​ແລະ​ຍາວ​ນານ

2018-10-08 17:30:35 |ມາຈາກ: cri

ວັນ​ທີ 8 ຕຸ​ລາ​ນີ້ແມ່ນ​ວັນ​ລະ​ນຶກ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ຄົບ​ຮອບ 15 ປີ. ທ່ານ​ຫວງ​ຊີ​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໃຫ້​ໝັ້ນ​ທ່ຽງ​ແລະ​ຍາວ​ນານ” ​ລົງ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ຂອງ​ຈີນ.

ບົດ​ຄວາມ​ລະ​ບຸ​ວ່າ, ກ່ອນ​ນີ້ 15 ປີ, ຜູ້​ນຳ​ຈີນ​ແລະ​ອາ​ຊຽນ​ໄດ້​ລົງ​ນາມ “ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບການ​​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ທີ່​​ຫັນ​ໜ້າ​ສູ່ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ” ຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ, ​ສອງ​ຝ່າຍ​ໄດ້ຕົກ​ລົງ​ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມ​ສົນ​ທະ​ນາ​ທຳ​ອິດ​ທີ່​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກັບ​ອາ​ຊຽນ. ​ຕະ​ຫຼອດ 15 ປີ​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຈາກ 55,2 ຕື້​ໂດ​ລາ​​ເພີ່ມ​ຂຶ້ນ​ເປັນ 514,8 ຕື້ໂດ​ລາ​, ເພີ່ມ​ຂຶ້ນ​​ເກືອບ 10 ເທົ່າ. ຈຳ​ນວນ​ຄົນ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ຈາກ 3,870,000 ເທື່ອ​ຄົນເພີ່ມ​ຂຶ້ນ​ເປັນ 49,000,000 ເທື່ອ​ຄົນ, ເພີ່ມ​ຂຶ້ນ​​ເກືອບ 13 ເທົ່າ. ຈີນ​ໄດ້​​ກາຍ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ 9 ປີ​ລຽນ​ຕິດ, ການ​ລົງ​ທຶນ​ໂດຍ​ກົງ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້ມີ​ຫຼາຍກວ່າ 200 ຕື້​ໂດ​ລາ​. ຄວາມ​ຈິງ​ໄດ້​ຢືນ​ຢັນ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ທີ່​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ໄດ້​ສ້າງ​ຄວາມ​ຜາ​ສຸກ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ຊາ​ຊົນ 2 ຕື້​ຄົນ​ຂອງ​ສອງ​ຝ່າຍ, ທັງ​ໄດ້​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ແຂງ​ແຮງ.

ບົດ​ຄວາມ​ລະ​ບຸ​ວ່າ, ຈີນ​ແລະ​ອາ​ຊຽນ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໃກ້​ຊິດກວ່າ​ເກົ່າ​ເພື່ອ​ປົກ​ປ້ອງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ.

ຈີນ​ແລະ​ອາ​ຊຽນ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​​ທີ່​ໃກ້​ຊິດກວ່າ​ເກົ່າທີ່​ຮັກ​ສາ​ການ​ຄ້າ​ເສ​ລີ​ແລະ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຂອງ​ໂລກ.

ຈີນ​ແລະ​ອາ​ຊຽນ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໃກ້​ຊິດກວ່າ​ເກົ່າ​ເພື່ອ​ສົ່ງ​ເສີມ​ອາ​ລະ​ຍະ​ທຳ​ທີ່​ມີ​​ຄວາມ​ຫຼາກ​ຫຼາຍ, ກົມ​ກຽວ​ແລະ​ກວມ​ລວມ.

​ບົດ​ຄວາມ​ລະ​ບຸໃນ​ຕອນ​ສຸດ​ທ້າຍ​ວ່າ, ບົດ​ຮຽນ​ລ້ຳ​ຄ່າ​ທີ່​ສຸດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຈີນ​ແລະ​ອາ​ຊຽນ​ໃນ​ 15 ປີ​ຜ່ານ​ມາ​ກໍ​ຄື, ສອງ​ຝ່າຍ​ສະ​ແຫວງ​ຫາ​ເປົ້າ​ໝາຍ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​​ກັນ​ແລະ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຮ່ວມ​ກັນ​ປະ​ຕິ​ບັດ​ຫຼັກ​ການ​ຢູ່​ຮ່ວມ​ກັນ​ທີ່​ມີ​ຄວາມ​ຊື່​ສັດ, ​ປະ​ຕິ​ບັດ​ຕໍ່ກັນ​ຢ່າງ​ສະ​ເໝີ​ພາບ, ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ກວມ​ລວມ, ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ​ພ້ອມ​ກັນ​ມຸ້ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນກ້າວ​ໄປ​ຂ້າງ​ໜ້າ, ສືບ​ທອດ​ອັນ​ເກົ່າ​ແລະ​ພັດ​ທະ​ນາ​ອັນ​ໃໝ່, ເພື່ອ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ.