“ມາດ​ຕາ 301” ຂອງ​ອາ​ເມ​ຣິ​ກາ​ລະ​ເມີດ​ກະ​ຕິ​ກາ WTO

2018-10-08 17:33:41 |ມາຈາກ: cri

ຫວ່າງ​ມໍ່ໆ​ມາ​ນີ້, ສູນ​ພາກ​ໃຕ້ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ “ມາດ​ຕາ 301 ຂອງ​ອາ​ເມ​ຣິ​ກາ: ເປັນ​ຫຍັງ​ຈິ່ງ​ຜິດ​ກົດ​ໝາຍ ແລະ ພາ​ຜິດ​ທາງ” ໂດຍ​ຊີ້​ອອກວ່າ, “ມາດ​ຕາ 301” ຂອງ​ອາ​ເມ​ຣິ​ກາ​​ໄດ້ລະ​ເມີດ​ກະ​ຕິ​ກາຂອງ​ອົງ​ການ​ການ​ຄ້າ​ໂລກ ຫຼື WTO, ​ເປັນ​ການ​ທ້າ​ທາຍ​ລັດ​ທິຫຼາຍ​ຝ່າຍ ແລະ ສ້າງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ເສດ​ຖະ​ກິດ​ໂລກ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ, ການ​​ກວດ​ກາ​ຕາມ​ມາດ​ຕາ 301 ຂອງ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ອີງ​ໃສ່​ມາດ​ຕະ​ຖານ​ຂອງ​ປະ​ເທດ​ຕົນ, ຫາກ​ບໍ່​ແມ່ນ​ມາດ​ຕະ​ຖານ​ຂອງ WTO, ສ່ວນ​ມາດ​ຕະ​ການ​ທີ່​​ບັງ​ຄັບໃຊ້​ຕາມຫຼັງ​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຂອບ​ການ​ຄ້າຫຼາຍ​ຝ່າຍ. ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ອາ​ເມ​ຣິ​ກາ​ຂາດ​ດຸນ​ການ​ຄ້າ​ຢ່າງຫຼວງຫຼາຍ​ບໍ່​ແມ່ນ​ຍ້ອນ​ການ​ຄ້າ, ຫ​າກ​ແມ່ນ​ຍ້ອນ​ອັດ​ຕາ​ເງິນ​ຝາກ​ທະ​ນາ​ຄານ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ຕ່ຳ​ໂພດ, ຍ້ອນ​ອັດ​ຕາ​ແລກ​ປ່ຽນ ແລະ ຖາ​ນະ​ຄັງ​​ສຳ​ຮອງ​​ເງິນ​ຕາໂດ​ລາ​ສະ​ຫະ​ລັດ​ເອງ.

ທ່ານ​ກາ​ໂລ​ສ ມາ​ເຣຍ ໂກ​ເຣຍ ຫົວ​ໜ້າ​ບໍ​ລິ​ຫານ​ງານ​ສູນ​ພາກ​ໃຕ້​ຍັງ​ກ່າວ​ເປັນ​ພິ​ເສດ​ວ່າ, ບໍ່​ພຽງ​ແຕ່​ຈີນ​ມີນະ​ໂຍ​ບາຍ​ອຸດ​ໜູນ​ອຸດ​ສາ​ຫະ​ກຳ​​ເທົ່າ​ນັ້ນ, ຫຼາຍ​ປະ​ເທດ​ໃນ​ໂລກ​ກໍ​ມີ​ນະ​ໂຍ​ບາຍ​ອຸດ​ໜູນ​ອຸດ​ສາ​ຫະ​ກຳ​ເຊັ່ນ​ກັນ. ສະ​ນັ້ນ, ຖ້າ​ເວົ້າ​ວ່າ ນະ​ໂຍ​ບາຍ​ທີ່​ລັດ​ຖະ​ບານ​ອຸດ​ໜູນ​ກໍ​ແມ່​ນ​ນະ​ໂຍ​ບາຍ​ທີ່​ຜິດ​ກັບ​ກະ​ຕິ​ກາ WTO, ຖ້ອຍ​ທຳ​ນອງແບບ​ນີ້​ຈະ​ເປັນ​ຖ້ອຍ​​ຄຳ​ທີ່​ຄົນ​ທັງຫຼາຍ​ຮັບ​ເອົາ​ບໍ່​ໄດ້.