ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຢຸດ​ເຊົາ​ກິ​ລິ​ຍາ​ວາ​ຈາ​ທີ່​ທຳ​ລາຍ​ສາຍ​ພົວ​ພັນ​ສອງ​ຝ່າຍ

2018-10-10 17:40:48 |ມາຈາກ: cri

ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ຕຸ​ລານີ້​ວ່າ, ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຢຸດ​ເຊົາ​ການ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ກ່າວ​ຫາຈີນ​ຢ່າງ​ໄຮ້​ເຫດ​ຜົນ, ຢຸດ​ເຊົາ​ການ​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ປະ​ເທດ​ອື່​ນ ແລະ ຢຸດ​ເຊົາ​ກິ​ລິ​ຍາ​ວາ​ຈາ​ທີ່​ທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ.

ຕໍ່​​ກໍ​ລະ​ນີ​ທີ່​ຜູ້​ນຳ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ປາ​ໄສ​ໂດຍ​ກ່າວ​ຫາ​ຈີນ​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ແລະ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ກາ​ໃນ​ຫວ່າງມໍ່ໆ​ມານີ້, ທ່ານ ລູ້​ຄ່າງ ຊີ້​ໃຫ້​ເຫັນ​ວ່າ, ຍາມ​ໃດ ຈີນ​ກໍຍຶດ​ໝັ້ນ​ໃນຫຼັກ​ການ​ບໍ່​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ແລະ​ກໍ​ບໍ່​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ແລະ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ກາ. ສ່ວນ​ອາ​ເມ​ຣິ​ກາ​ກ່າວ​ວ່າ ຈີນ​ນຳ​ໃຊ້​ການ​ຂຶ້ນ​ພາ​ສີ​​ເພື່ອ​ສ້າງ​ຜົນ​ກະ​ທົບ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ການັ້ນ, ຄວາມ​ຈິງ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ, ຄື​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ ແມ່ນອາ​ເມ​ຣິ​ກາເອງ​ເປັນ​ຜູ້ກໍ່​ຂຶ້ນ​​, ຈີນ​ພຽງ​ແຕ່​ຖືກ​ບັງ​ຄັບໃຫ້ຕອບ​ໂຕ້​ດ້ວຍ​ຄວາມຈຳ​ເປັນ, ນີ້​ແມ່ນ​ການ​ປ້ອງ​ກັນ​ຕົວ​ແລະ​ການ​ຕອບ​ໂຕ້​ທີ່​ເປັນ​ທຳ.

ທ່ານ​ ລູ້​ຄ່າງ ກ່າວ​ຕື່ມ​ວ່າ, ໃນ​ໂລກນີ້ ແມ່ນ​ປະ​ເທດ​ໃດ​ແທ້​ທີ່​ຢູ່ໆ​ກໍ​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ປະ​ຊາ​ຄົມ​ໂລກ​ໄດ້​ຮູ້​ຄຳ​ຕອບ​ຢ່າງ​ຈະ​ແຈ້ງ​ມາ​ດົນ​ແລ້ວ. ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຢຸດ​ເຊົາ​ການ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ກ່າວ​ຫາ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ, ຢຸດ​ເຊົາ​ການ​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ຂອ​ງ​ປະ​ເທດ​ອື່ນ ແລະ ຢຸດ​ເຊົາ​ກິ​ລິ​ຍາ​ວາ​ຈາ​ທີ່​ທຳ​ລາຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ.