15ເມືອງຂອງແຂວງຢຸນນານໄດ້ຫລຸດພົ້ນອອກຈາກການເປັນເມືອງທຸກຍາກ

2018-10-10 18:50:07 |ມາຈາກ: Yunnan Gateway

ໃນວັນທີ 29 ເດືອນ ກັນຍາ,ອຳນາດການປົກຄອງແຂວງຢຸນນານໄດ້ພິມແຈກຢາຍເອກະສານ “ແຈ້ງການວ່າດ້ວຍການອະນຸຍາດເມືອງສູນຕ້ຽນແລະ 15 ເມືອງຫລຸດພົ້ນອອກຈາກການເປັນເມືອງທຸກຍາກ”(ຕໍ່ໄປນີ້ເອີ້ນຫຍໍ້ເປັນ “ແຈ້ງການ”.

“ແຈ້ງການ”ໄດ້ປະກາດຢ່າງຊັດເຈນວ່າ,ໂດຍອີງຕາມກົດລະບຽບແລະການກຳນົດວ່າດ້ວຍກົນໄກການຫລຸດພົ້ນອອກຈາກການເປັນເມືອງທຸກຍາກທີ່ກ່ຽວຂ້ອງຂອງສູນກາງແລະແຂວງຢຸນນານ,ໂດຍຜ່ານຂັ້ນຕອນກໍຄື:ການສະເໜີຂອງລະດັບເມືອງ,ການກວດກາຂັ້ນເລີ່ມຕົ້ນຂອງລະດັບກິ່ງແຂວງ,ການກວດກາຂອງລະດັບແຂວງ,ການແຈ້ງການ,ການກວດກາແລະການປະເມີນຜົນລາຍງານສະເພາະລະດັບຊາດແລະຂັ້ນຕອນອື່ນໆ,ເຊິ່ງໄດ້ຜົນອອກມາວ່າ 15 ເມືອງຂອງແຂວງຢຸນນານໄດ້ເໝາະສົມກັບມາດຖານກ່ຽວກັບການຫລຸດພົ້ນອອກຈາກການເປັນເມືອງທຸກຍາກ ແລະໄດ້ຜ່ານການຄົ້ນຄວ້າຂອງຄະນະພັກແຂວງຢຸນນານແລະອຳນາດການປົກຄອງແຂວງຢຸນນານ,ຈຶ່ງໄດ້ອະນຸຍາດໃຫ້ 15 ເມືອງຫລຸດພົ້ນອອກຈາກການເປັນເມືອງທຸກຍາກ.15 ເມືອງນີ້ມີດັ່ງນີ້:ກິ່ງແຂວງປົກຄອງຕົນເອງເຜົ່າຮຸຍເຜົ່າຢີສູນຕ້ຽນ,ເມືອງໂຫຼຜິງ,ເມືອງໝໍຕິ້ງ,ເມືອງຢາວອ່ານ,ເມືອງສືຜິງ,ກິ່ງແຂວງປົກຄອງຕົນເອງເຜົ່າຮານີເຜົ່າຢີໜິງເອີ,ເມືອງໄຮ,ເມືອງສຽງຢຸນ,ເມືອງປີ່ນສວນ,ກິ່ງແຂວງປົກຄອງຕົນເອງເຜົ່າຢີເຜົ່າຮຸຍເວີຍຊານ,ເມືອງເອີຢວນ,ເມືອງເຮີ້ຊິ້ງ,ເມືອງມາງ,ກິ່ງແຂວງປົກຄອງຕົນເອງເຜົ່ານ້າຊີຢູຫຼົງແລະເມືອງຢຸນ.