ເມືອງສຽງຢຸນແຂວງຢຸນນານ:ສາມັກຄີສ້າງຊີວິດທີ່ອິ່ມໜໍາສຳລານ

2018-10-11 16:22:25 |ມາຈາກ: Yunnan Gateway

ໂຄງລ່າງພື້ນຖານສືບຕໍ່ສົມບູນຂຶ້ນ,ຂະແໜງທີ່ມີສີສັນພິເສດໄດ້ຮັບການພັດທະນາຢ່າງວ່ອງໄວ,ສິ່ງແວດລ້ອມນິເວດຂອງຊົນນະບົດທີ່ສວຍງາມເໝາະສົມກັບການດຳລົງຊີວິດ.

ຄຸນນະພາບຂອງເສດຖະກິດອຸດສາຫະກຳໄດ້ຍົກສູງແລະມີປະສິດທິພາບຂຶ້ນ.

ແຕ່ລະຄົນໄດ້ຮັບການບໍລິການທາງການແພດໃນຂັ້ນພື້ນຖານ.

ຜົນຜະລິດກະສິກຳທີ່ມີຄຸນນະພາບສູງໄດ້ຈຳໜ່າຍຢູ່ຕະຫຼາດເປັນຢ່າງດີ.

ເຕັກນິກໄດ້ຊ່ວຍເຫຼືອຊຸກຍູ້ສົ່ງເສີມການພັດທະນາຂອງຂະແໜງການກະສິກຳ.

ຊຸມປີມານີ້,ລັດຖະກອນແລະປະຊາຊົນຂອງເມືອງສຽງຢຸນໄດ້ປິ່ນອ້ອມກັບເປົ້າໝາຍຢ່າງແໜ້ນແຟ້ນ,ຕໍ່ສູ້ກັບຄວາມທຸກຍາກໂດຍບໍ່ລືມຈິດໃຈຕົ້ນຕໍ,ສາມັກຄີສ້າງຊີວິດທີ່ອິມໜໍາສຳລານນຳກັນ.ຄະນະພັກເມືອງແລະອຳນາດການປົກຄອງເມືອງໄດ້ປຸກລະດົມຂົນຂວາຍກຳລັງ“ໃຈຮັກ”ທີ່ມີຊີວິດຊີວາຂອງວິສາຫະກິດຢ່າງເຕັມທີ່,ກໍ່ສ້າງກົນໄກ,ນຳວິສາຫະກິດເຂົ້າເຖິງບ້ານເພື່ອນຳພາການພັດທະນາຂະແໜງການ,ນຳພາຄອບຄົວເຂົ້າສູ່ວິສາຫະກິດເພື່ອຊຸກຍູ້ການປະກອບອາຊີບ,ປະດິດສ້າງຍີ່ຫໍ້ເພື່ອສ້າງສາກຳລັງໃຫ້ເຂັ້ມແຂງໂດຍອີງຕາມທ່າແຮງຂອງຕົນ,ທັງໄດ້ຊຸກຍູ້ການພັດທະນາຂອງຂະແໜງການ,ທັງໄດ້ນຳປະໂຫຍດມາສູ່ປະຊາຊົນ,ຈຶ່ງໄດ້ບັນລຸຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.