ງານ​ວາງ​ສະ​ແດງ​ສວນ​ສາ​ກົນ​ຈີນຄັ້ງ​ທີ 12 ຈະ​ວາງ​ສ​ະ​ແດງວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຊຽນ

2018-10-11 17:19:40 |ມາຈາກ: cri

​ຫ້ອງ​ການ​ຊີ້​ນຳການ​ກະ​ກຽມ​ງານ​ວາງ​ສະ​ແດງ​ສວນ​ສາ​ກົນ​ຈີນ(ໜານ​ໜິງ)ຄັ້​ງ​ທີ 12 ໄດ້​ຈັດ​​ພິ​ທີ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 10 ຕຸ​ລາ​ນີ້​ໂດຍເປີດ​ເຜີຍ​ວ່າ: ງານ​ວາງ​ສະ​ແດງ​ສວນ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໃນ​ເດືອນ​ທັນ​ວາ​ປີ​ນີ້ ແລະ ໄດ້​ເປີດ​ປະ​ຕູ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ​ມາ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ຂອ​ງ​ຕົນ.

ທ່ານ​ລານ​ລານ ຮອງ​ຫົວ​​ໜ້າຄະ​ນະ​ປະ​ສານ​ງານ​​ລວມຫ້ອງ​ການ​ຊີ້​ນຳກະ​ກຽມ​ງານ​ວາງ​ສະ​ແດງ​ສວນ​ສາ​ກົນ​ຄັ້ງ​ທີ 12 ເປີດ​ເຜີຍ​ວ່າ: ເຂດ​ເນື້ອ​ທີ່​ສວນ​ຄັ້ງ​ນີ້​ມີ​ເກືອບ 658 ເຮັກ​ຕາ, ຈະ​ແບ່ງ​ອອກ​ເປັນ 6 ເຂດ​ໃຫຍ່ ເຊັ່ນ: ເຂດວາງ​ສະ​ແດງ​ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ, ເຂດ​ວາງ​ສະ​ແດງອາ​ຊຽນ, ເຂດ​ວາງ​ສະ​ແດງ​ເສັ້ນ​ທາງ​ສາຍ​ໄໝ ແລະ ເຂດ​ວາງ​ສະ​ແດງກວາງ​ຊີ​ເປັນ​ຕົ້ນ ລວມ​ທັງ​ໝົດ​ມີ​ສວນ​ວາງ​ສະ​ແດງ 80 ​ແຫ່ງ. ປັດ​ຈຸ​ບັນ, ໄດ້​ສ້າງ​ສຳ​ເລັດ 18 ​ແຫ່ງ​ແລ້ວ, ຍັງ​ມີ 42 ແຫ່ງໄດ້​ສ້າງ​ສຳ​ເລັດ 90% ຂຶ້ນ​ໄປ​.

ຂ່າວ​ແຈ້ງວ່າ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ສ້າງ​ຕົວ​ເມືອງ​​ທີ່​ໜ້າ​ຢູ່​ແລະ​ມີ​ສະ​ພາບ​ນິ​ເວດ​ທີ່​ດີ ເພື່ອ​​ຄວາມ​ສົມ​ຫວັງ​ດ້ວຍ​ສວນ” ໂດຍ​ເນັ້ນ​ໃສ່ສ້າງ “ງານ​ວາງ​ສະ​ແດງ​ສວນ​ທີ່​ມີ​ນິ​ເວດ​ທີ່​ດີ ມີ​ວັດ​ທ​ະ​ນະ​ທຳ ແລະ ຊົມ​ໃຊ້​​ຮ່ວມ​ກັນ”, ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ຍັງ​ໄດ້​ເຊື້ອ​ເຊີນ​ເອົາ​ຕົວ​ເມືອ​ງ​ສຳ​ຄັນລຽບຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ເມືອງ​ແຮກ​ສ່ຽວ​ຕ່າງ​ປະ​ເທດ​ມາ​ຮ່ວມ​ກັນ​ສ້າງ​ສວນ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.