ເມຶອງສູນຕ້ຽນ:ເກັບກ່ຽວຄວາມສຸກຈາກການສູ້ຊົນ

2018-10-12 15:54:45 |ມາຈາກ: Yunnan Gateway

ຄວາມສຸກແມ່ນເກີດຈາກການສູ້ຊົນ.ໃນດ້ານການຕໍ່ສູ້ກັບຄວາມທຸກຍາກ,ເມືອງສູນຕ້ຽນແຂວງຢຸນນານມີ ວິທີພິເສດຢ່າງໜຶ່ງຂອງຕົນ.ຜ່ານການພະຍາຍາມ,ໃນປັດຈຸບັນເມືອງສູນຕ້ຽນໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ,ປະຊາຊົນກໍໄດ້ຮັບຊີວິດການເປັນຢູ່ທີ່ເຕັມໄປດ້ວຍຄວາມສຸກ.

ອອກແຮງອັນໃຫຍ່ຫຼວງເຂົ້າໃນການຈຳແນກຄອບຄົວທຸກຍາກຢ່າງຊັດເຈນ

ເມືອງສຸນຕ້ຽນຢຶດໝັ້ນໃນຄວາມແມ່ນຢໍາເພື່ອໃຫ້ສອດຄ່ອງເຂົ້າໃນໄລຍະການຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສະເໝີຕົ້ນສະເໝີປາຍ,ເພື່ອຫວັງໃຫ້ຂະບວນການຕໍ່ສູ້ກັບຄວາມທຸກຍາກບັນລຸປະສິດທິຜົນຢ່າງແທ້ຈິງ.ໃນວຽກງານການກໍ່ສ້າງຈາກລາຍຊື່ຄອບຄົວທຸກຍາກ,ໄດ້ເຊື້ອເຊີນຄະນະທີ່ເປັນມືອາຊີບມາແບ່ງປະເພດແລະຈຳແນກຕໍ່ປະຊາກອນທັງໝົດ ແລະ ລັອກເປົ້າໝາຍທີ່ຈະໃຫ້ການຊ່ວຍເຫຼືອຢ່າງຊັດເຈນ,ໂດຍອີງຕາມຫຼັກການ “ສະໜອງສິ່ງໃດທົດແທນສິ່ງນັ້ນຕາມຄວາມຂາດເຂີນ”,ມີເປົ້າຫມາຍທີ່ຊັດເຈນວ່າຈະ “ຊ່ວຍເຫຼືອໃຜ”,ຈັດຕັ້ງວ່າ “ໃຜມາຊ່ວຍເຫຼືອ”ຢ່າງຊັດເຈນ,ວາງແຜນ “ຊ່ວຍເຫຼືອແນວໃດ”ຢ່າງຊັດເຈນ,ແລະປະຕິບັດ “ຈະຫລຸດພົ້ນໄດ້ແນວໃດ”ຢ່າງຊັດເຈນ.

ປະດິດສ້າງ “ການອອກຄຳເຫັນການປະເມີນທັງສອງຝ່າຍ”ເພື່ອປຸກລະດົມກຳລັງສົ່ງເສີມພາຍໃນ

ການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງສາຄວາມຮັ່ງມີ,ແນ່ນອນຕ້ອງອີງອາໄສການອອກແຮງງານຢ່າງທໍລະຫົດອົດທົນຂອງປະຊາຊົນເອງ.ເພື່ອຫັນປ່ຽນແນວຄິດ “ການລໍຖ້າ ອີງອາໄສ ການຍົກມືຂໍເອົາ”,ເມືອງສູນຕ້ຽນໄດ້ດຳເນີນວຽກງານ “ການເວົ້າການປະເມີນທັງສອງຝ່າຍ”ກໍຄື:ເລຂາທິການທຳອິດແລະພະນັກງານຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກປະຈຳບ້ານອອກຄຳເຫັນກ່ຽວກັບສະພາບການຊ່ວຍເຫຼືອ,ຄອບຄົວທຸກຍາກອອກຄຳເຫັນກ່ຽວກັບສະພາບການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຕົນ,ລັດຖະກອນແລະປະຊາຊົນປະເມີນຜົນການຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກຂອງເລຂາທິການທຳອິດແລະພະນັກງານຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກປະຈຳບ້ານ,ອັນນີ້ບໍ່ພຽງແຕ່ໃຫ້ຄອບຄົວທຸກຍາກແລະພະນັກງານອຳນວຍຄວາມຊ່ວຍເຫຼືອປະຈຳບ້ານແຂ່ງຂັນຜົນງານກັນ,ຢ່າງມີກຽດ,ພິຈາລະນາກັນແລະຊອກຫາຄວາມຫລຸດໂຕນກັນເທົ່ານັ້ນ,ຍັງສາມາດໃຫ້ພະນັກງານຮັບຮູ້ສະພາບການຂອງແຕ່ລະຄອບຄົວທຸກຍາກ,ເຕົ້າໂຮມກັບເຂົາເຈົ້າ,ທັງໄດ້ເພີ່ມທະວີຄວາມຮັດແໜ້ນ,ທັງສະດວກໃນການແກ້ໄຂບັນຫາໃຫ້ແກ່ປະຊາຊົນທັນເວລາ.

ເອົາໃຈໃສ່ຕໍ່ປະສິດທິພາບອັນຍືນຍົງ ຄົ້ນຫາສິ່ງບົ່ມຊ້ອນຂອງຂະແໜງການທ້ອງຖິ່ນຢ່າງເລິກເຊິ່ງ

ເມືອງສູນຕ້ຽນໄດ້ກຳແໜ້ນຂອດສຳຄັນຂອງການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງມີຄຸນນະພາບສູງແມ່ນສືບຕໍ່ເພີ່ມທະວີລາຍໄດ້ໃຫ້ໝັ້ນຄົງ,ໄດ້ວາງແຜນລວມໃນການສ້າງຂະແໜງການທົ່ວເມືອງ, ຍົກລາຍໄດ້ຂອງເຂົາເຈົ້າດ້ວຍມາດຕະການຕ່າງໆ.ເມືອງນີ້ໄດ້ນໍາໃຊ້ວິທີ “ໜ່ວຍພັກ+ວິສາຫະກິດ(ສະມາຄົມຮ່ວມມື)+ສະຖານທີ່ພື້ນຖານ+ຄອບຄົວທຸກຍາກ”ແລະວິທີອື່ນໆ,ກໍ່ສ້າງກົນໄກເຊື່ອມໂຍງຜົນປະໂຫຍດກັບຄອບຄົວທຸກຍາກ,ເຊິ່ງໄດ້ບັນລຸໃຫ້ແຕ່ລະຫມູ່ບ້ານທຸກຍາກປະກອບມີຂະແໜງການນຳພາ 1-2 ໜ່ວຍ,ແຕ່ລະຄອບຄົວມີໂຄງການສ້າງລາຍໄດ້ 1-2 ຂະແໜງ,ລວມທັງໄດ້ນຳພາຄອບຄົວທຸກຍາກຈຳນວນ 30500 ຄອບຄົວເພີ່ມທະວີລາຍໄດ້ສະເລ່ຍຕໍ່ຄອບຄົວ 1850 ຢວນຂຶ້ນໄປ.