ເຂົ້າແດງຂອງນາຂັ້ນໄດໄດ້ຊຸກຍູ້ການເພີ່ມທະວີລາຍໄດ້ຂອງຊາວນາ

2018-10-15 16:48:52 |ມາຈາກ: Yunnan Gateway

“ຖ້າຂະແໜງການຮຸ່ງເຮືອງ,ປະຊາຊົນຈຶ່ງມີຄວາມຮັ່ງມີຜາສຸກ.ຜ່ານການບົ່ມເພາະມາສອງສາມປີ,ເຂົ້າແດງຂອງນາຂັ້ນໄດໄດ້ກາຍເປັນສິນຄ້າການທ່ອງທ່ຽວທີ່ມີສີສັນພິເສດແລະມີຄວາມຫມາຍເລິກເຊິ່ງດ້ານວັດທະນະທຳຂອງເມືອງຢວນຢາງແລະກາຍເປັນນາມບັດຂອງນາຂັ້ນໄດເມືອງຫົງເຫິແຂວງຢຸນນານແລ້ວ.”ຫຼີ້ຮ່າເຫົາ ກຳມະການສະພາປຶກສາຫາລືການເມືອງເມືອງຢວນຢາງແຂວງຢຸນນານ ແລະ ຮອງຫົວໜ້າຂອງກົມສະບຽງອາຫານເມືອງໄດ້ແນະນຳວ່າ,ເມືອງຢວນຢາງໄດ້ອີງຕາມການຈັດສັນເຂດແຄວ້ນແລະຄວາມຕ້ອງການຂອງການພັດທະນາທີ່ກ່ຽວຂ້ອງ,ໄດ້ພັດທະນາການປູກເຂົ້າແດງໃນນາຂັ້ນໄດຢ່າງແຂງແຮງ.ໃນປິ 2017,ທົ່ວເມືອງໄດ້ບັນລຸການປູກເຂົ້າແດງໃນນາຂັ້ນໄດ 90,1 ພັນມຸ້,ຍອດຜະລິດຕະພັນມີເຖິງ 220 ລ້ານຢວນຂຶ້ນໄປ.