“​ແນວ​ຄິດ​ວ່າ​ດ້ວຍ​ການ​ຍຶດໝັ້ນການຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ” ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລີ່​ມພິມ​ຈຳໜ່າຍ​ແລ້ວ

2018-10-15 16:58:36 |ມາຈາກ: cri

“​ແນວ​ຄິດ​ວ່າ​ດ້ວຍ​ການ​ຍຶດໝັ້ນການຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ” ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ທີ່ຮຽບຮຽງ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ​ພັກ​ກອມ​ມູນິດ​ຈີນ​ແລະ​ເອກະສານ-ວິທະຍາ​ນິພົນ​ດ້ານ​ປະຫວັດສາດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ເລີ່​ມພິມ​ຈຳໜ່າຍ​ໃນທົ່ວ​ປະ​ເທດໂດຍ​ສຳນັກ​ພິມ​ຈຳໜ່າຍ​ເອກະສານ-ວິທະຍາ​ນິພົນ​ດ້ານ​ປະຫວັດສາດ​ສູນ​ກາງ​ໃນ​ວັນ​ທີ 14 ຕຸລາ​ນີ້.

ປື້​ມປະມວນ​ຫົວ​ຂໍ້​ສະ​ເພາະ​ດັ່ງກ່າວ​ໄດ້​ຮວບ​ຮວມບົດ​ຄວາມ​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ທີ່​ມີ​ເນື້ອ​ໃນ​ເວົ້າ​ເຖິງ​ແນວ​ຄິດ​ການ​ຍຶດໝັ້ນການຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ 85 ບົດ, ປະມານ 320.000 ຕົວ​ໜັງສື.

ການ​​ຍຶດໝັ້ນການຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ ​ແມ່ນ​ເນື້ອ​ໃນ​ໃຈຄວາມ​ທີ່​ສຳຄັນ​ຂອງ​ແນວ​ຄິດສີ​ຈິ້ນ​ຜິ​ງວ່າ​ດ້ວຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ​ແມ່ນ​ພາກສ່ວນ​ປະກອບ​ທີ່​ສຳຄັນ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິ​ງ ວ່າ​ດ້ວຍສັງຄົມ​ນິຍົມ​ທີ່​ມີ​ສີ​ສັນ​ພິ​​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ຈຶ່ງ​ມີ​ຄວາມ​ໝາຍ​ເປັນທິດຊີ້​ນຳ​ທີ່​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ການວາງ​ແຜນ​​ໃນສອງ​ສະພາບ​ການລວມທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຢ່າງ​ເປັນ​ເອກະ​ພາບ, ຍຶດໝັ້ນ​ເດີນ​ໄປ​ຕາມ​ເສັ້ນທາງການ​ພັດທະນາ​ໂດຍ​ສັນຕິຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ສູ່​ພາຍ​ນອກ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຍຶດໝັ້ນທັດສະນະ​ແຫ່ງ​ຄວາມ​ເປັນ​ທຳ​ແລະ​ຜົນ​ປະ​ໂຫຍດທີ່ຖືກຕ້ອງ, ​ເປັນ​ຜູ້ສ້າງ​ສັນຕິພາບ​ໂລກ, ​ເປັນຜູ້​ປະກອບສ່ວນ​​ໃນ​ການ​ພັດທະນາ​ທົ່ວ​ໂລກ ​ແລະ ​ເປັນ​ຜູ້​ຮັກສາ​ລະບຽບ​ສາກົນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ມີ​ຜົນ​ດີ​ຢ່າງ​ຍິ່ງ​ຕໍ່​ການ​ບັນລຸ​ເປົ້າໝາຍ​ສູ້​ຊົນ “100 ປີ​ສອງ​ເຫດການ” ​ແລະ ຄວາມ​ໄຝ່ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ.