ລະດັບນໍ້າທີ່ຖ້ວມສູງຂອງອ່າງນ້ຳແມ່ນໍ້າຈີ່ນຊ່າຈ່ຽງຜ່ານເຂົ້າເຂດຢຸນນານ ປະຊາຊົນ 1550 ຄົນຖືກເຄື່ອນຍ້າຍຢ່າງປອດໄພ ບໍ່ມີຄົນບາດເຈັບແລະເສຍຊີວິດ

2018-10-16 17:37:39 |ມາຈາກ: Yunnan Gateway

ລະດັບນໍ້າຖ້ວມທີ່ສູງທີ່ສຸດຂອງອ່າງນ້ຳແມ່ນໍ້າຈີ່ນຊ່າຈ່ຽງ,ໄດ້ຜ່ານເຂົ້າເຂດເມືອງຕີຊິ້ງແລະນະຄອນລີ້ຈ່ຽງແຂວງຢຸນນານໃນມື້ວານນີ້,ສະພາບນໍ້າຂອງແມ່ນໍ້າພາຍໃນເຂດຢຸນນານໄດ້ຄ່ອຍໆສະຫງົບລົງແລ້ວ.ເນື່ອງຈາກໄດ້ຮັບຜົນກະທົບຈາກລະດັບນໍ້າທີ່ຖ້ວມສູງ,ແຂວງຢຸນນານໄດ້ເຄື່ອນຍ້າຍອົບພະຍົບປະຊາຊົນຈຳນວນ 11500 ຄົນ,ບໍ່ມີອັນຕະລາຍທີ່ຮຸນແຮງເກີດຂຶ້ນແລະກໍບໍ່ມີຄົນໄດ້ຮັບບາດເຈັບ.ພະນັກງານທີ່ກ່ຽວຂ້ອງຍັງສືບຕໍ່ຢຶດໝັ້ນການລາດຕະເວນເພື່ອສັງເກດສະພາບການນໍ້າຢ່າງໃກ້ຊິດ.