ໃນວັນທີ 16 ຕຸລາ, ພິທີການເປີດຝຶກອົບຮົມທັດສະນະສຶກສາຂອງລັດຖະກອນປະເທດລາວຈຳນວນຮ້ອຍກວ່າຄົນໄດ້ຈັດຂຶ້ນທີ່ນະຄອນຊຽງຮຸ່ງແຂວງຢຸນນານ.
ທ່ານ ຫວາງຢ້າຈົນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ,ທ່ານ ເຝິງຈື້ຫຼີ ກຳມະການປະຈຳຄະນະພັກແຂວງຢຸນນານ ເລຂາຄະນະກຳມະການກວດກາວິໄນລະດັບແຂວງແລະຮັກສາການຫົວໜ້າຄະນະກຳມະການກວດກາແຂວງໄດ້ເຂົ້າຮ່ວມພິທີການເປີດຝຶກອົບຮົມແລະກ່າວປາໄສ. ໃນພິທີການເປີດຝຶກອົບຮົມ, ທ່ານ ສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານໄດ້ສະແດງຄວາມຂອບໃຈຕໍ່ກັບພີທີ ເປີດການຝຶກອົບຮົມທີ່ໄດ້ຮັບຜົນສຳເລັດດ້ວຍດີ.