
ໂດຍໄດ້ຮັບຮູ້ວ່າ,ປະເທດຈີນກັບປະເທດລາວສ້າງຕັ້ງສາຍພົວພັນມິດຕະພາບລະຫວ່າງໂຮງຮຽນ,ເພື່ອສົ່ງເສີມທ່າແຮງການສຶກສາຂອງສອງຝ່າຍ,ຊຸກຍູ້ການກໍ່ສ້າງແລະການພັດທະນາໂຮງຮຽນຂອງສອງຝ່າຍ,ບຳລຸງຄູອາຈານແລະນັກຮຽນທີ່ດີເດັ່ນ.ສອງຝ່າຍຈະອີງຕາມເອກະລັກແລະຈຸດພິເສດຂອງໂຮງຮຽນຂອງຕົນ,ນຳໃຊ້ຊັບພະຍາກອນການສຶກສາແລະປະສົບການທີ່ໄດ້ຮັບຜົນສຳເລັດອັນມີຄຸນນະພາບສູງຂອງກັນແລະກັນ,ສ້າງຕັ້ງສາຍພົວພັນການຮ່ວມມືທີ່ຍືນຍາວໃນດ້ານການຍົກສູງລະດັບການບໍລິຫານການສຶກສາ ດ້ານຄຸນນະພາບການສຶກສາແລະດ້ານອື່ນໆ,ດຳເນີນໂຄງການການແລກປ່ຽນລະຫວ່າງຄູອາຈານແລະນັກຮຽນ,ການຮໍ່າຮຽນແລະການຝຶກອົບຮົມເປັນຕົ້ນ.