ຈັດ​ພິ​ທີ​ໄຂງານ​ວາງ​ສະ​ແດງປຶ້ມ​ຈີນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ

2018-10-22 17:04:09 |ມາຈາກ: Yunnan Gateway

ງານ​ວາງ​ສະ​ແດງ​ປຶ້ມ​ຈີນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ທີ 2 ທີ່​ຈະ​ດຳ​ເນີນ​ໄປເປັນ​ເວ​ລາ 2 ວັນ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 21 ຕຸ​ລາ​ນີ້.

ທ່ານ​ເຊີ່ນ​ສ້ຽນ​ຢາງ ຮອງ​ຫົວ​ໜ້າ​ຄະ​ນະ​ວາງ​ສະ​ແດງ​ປຶ້ມ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ປຶ້ມ​ພາ​ສາ​ຕ່າງ​ປະ​ເທດ​ເຊ້ຍ​ເມີນ​ຈຳ​ກັດ​​ກ່າວ​ວ່າ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ຄັດ​ເລືອກ​ປຶ້ມ 563 ຫົວ​ກ່ຽວ​ກັບ​ການ​ຮຽນ​ພາ​ສາ​ຈີນ, ວັດ​ທະ​ນະ​ທຳ​ຈີນ​ແລະປຶ້ມ​ອື່ນໆ. ທ່ານ​ກ່າວ​ວ່າ, ເປົ້າ​ໝາຍ​ທີ່​ຈັດ​ກິດ​ຈະ​ກຳ​ເທື່ອ​ນີ້​ແມ່ນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຖື​ປຶ້ມ​ເປັນ​ຂົວ​ຕໍ່, ຊອກ​ຮູ້​ປະ​ເທດ​ຈີນ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ​​ໃນ​ຫຼາຍ​ດ້ານ, ຫຼາຍ​ແງ່​​ມູນຢ່າງ​ເລິກ​ເຊິ່ງ, ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມືດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ ໃຫ້​ທີ່​ເລິກ​ເຊິ່ງກວ່າ​ເກົ່າ​ແລະ​ກວ້າງ​ຂວາງກວ່າ​ເກົ່າ.

ນັກ​ຮຽນ​ຂອງ​ໂຮງ​ຮຽນດ່ວນ​ຮ​ວາ​ຄົນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງບອກ​ຕໍ່​ນັກ​ຂ່າວ​ວ່າ, ຕົນ​ເອງ​ມັກ​ອ່ານ​ປຶ້ມ “​ຊຸນ​ຫງໍ​ຄົງ”, ແຕ່​ນັກ​ຮຽນ​ອີກ​ຄົນ​ໜຶ່ງ​ພັດ​ກ່າວ​ວ່າ​ຕົນ​ເອງ​ມັກ​ອ່ານ​ປຶ້ມ “​ນິ​ທານ​ສຸ​ພາ​ສິດ​ຂອງ​ຈີນ” ຫຼາຍກວ່າ, ມວນກວ່າ​ປຶ້ມ “​ຊຸນ​ຫງໍ​ຄົງ” ອີກ.

ມື້​ດຽວ​ກັນ, ຄະ​ນະ​ວາງ​ສະ​ແດງ​ປຶ້ມ​ດັ່ງ​ກ່າວ​ຍັງ​ໄດ້​ຈັດ​ພິ​ທີ​ມອບ​ປຶ້ມ​ໃຫ້​ແກ່​ກະ​ຊວງວັດ​ທະ​ນະ​ທຳກຳ​ປູ​ເຈຍ, ສະ​ຖາ​ບັນ​ຂົງ​ຈື້​ກຳ​ປູ​ເຈຍ, ໂຮງ​ຮຽນ​ສອນ​ພາ​ສາ​ຈີນ​ແລະ​ແຫ່ງ​ອື່ນໆ​ອີກ​ດ້ວຍ.