ງານວາງສະແດງການລົງທຶນອາຫານສຸຂະພາບສີຂຽວສາກົນຄຸນໝິງ•ຈີນປະຈຳປີ 2018 ໄດ້ເປີດສາກແລ້ວ

2018-10-22 16:48:41 |ມາຈາກ: Yunnan Gateway

ໃນວັນທີ 20 ຕຸລາ,ງານວາງສະແດງການລົງທຶນສິນຄ້າສຸຂະພາບສີຂຽວສາກົນຄຸນໝິງ•ຈີນປະຈຳປີ 2018 ໄດ້ເປີດສາກແລ້ວ,ເຊິ່ງໄດ້ດຶງດູດວິສາຫະກິດທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດຈຳນວນ 400 ກວ່າແຫ່ງເຂົ້າຮ່ວມການວາງສະແດງ.ໂດຍໄດ້ຮັບຮູ້ວ່າ,ງານວາງສະແດງຄັ້ງນີ້ຈະສືບຕໍ່ເຖິງວັນທີ 23,ພາຍໃນໄລຍະເວລາດັ່ງກ່າວຍັງຈະຈັດປະຊຸມການສົນທະນາການລົງທຶນອາຫານສຸຂະພາບສີຂຽວ,ເວທີປຶກສາຫາລືສຸດຍອດວ່າດ້ວຍຂະແໜງກະສິກຳສີຂຽວ,ການວາງສະແດງອາຫານສຸຂະພາບສີຂຽວແລະກິດຈະກຳອື່ນໆ.