ທ່ານ​ເວີ້​ຍ​ເຟິ້ງ​ເຫີ ພົບ​ປະ​ກັບ​ຫົວໜ້າ​ຄະນະຜູ້​ສັງ​ເກດການ “ການ​ຝຶກ​ຊ້ອມ​ຮ່ວມ​ທາງ​ທະ​ເລ 2018” ຈີນ-ອາ​ຊຽນ

2018-10-22 16:57:18 |ມາຈາກ: Yunnan Gateway

ທ່ານ​ເວີ້​ຍ​ເຟິ້ງ​ເຫີ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ບັນດາ​ຫົວໜ້າ​ຄະນະ​ຜູ້ສັງ​ເກດການ “ການ​ຝຶກ​ຊ້ອມ​ຮ່ວມທາງ​ທະ​ເລ 2018” ຈີນ-ອາ​ຊຽນ ຈາກ​ບັນດາ​ປະ​ເທດ​ອາ​ຊຽນ​ ໃນ​ວັນ​ທີ 21 ຕຸລາ​ນີ້​ຢູ່​ນະຄອນ​ກວາງ​ໂຈ່​ວ ​ແຂວງ​ກວາງຕຸ້ງ ສປ ຈີນ.

ທ່ານ​ເວີ້​ຍ​ເຟິ້ງ​ເຫີ ກ່າວ​ວ່າ: “ການ​ຝຶກ​ຊ້ອມ​ຮ່ວມທາງ​ທະ​ເລ 2018” ຈີນ-ອາ​ຊຽນ ​ແມ່ນ​ກອງທັບ​ຈີນ​ ແລະກອງທັບ 10 ປະ​ເທດ​ອາ​ຊຽນດຳ​ເນີນ​ການ​ຝຶກ​ຊ້ອມ​ຮ່ວມ​ທາງ​ທະ​ເລ​ເປັນຄັ້ງທຳ​ອິດ ​ເຊິ່ງ​​ເປັນ​ຂີດ​ໝາຍ​ສຳຄັນໃນປະຫວັດສາດ​ການ​ພົວພັນ​ຈີນ-ອາ​ຊຽນ, ​ທັງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ໃນ​ການ​ສຸມ​ໃສ່​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ຈີນ​​ໄດ້ຍຶດຖື​ແນວ​ຄິດ​ການ​ຕ່າງປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ ນະ​ໂຍບາຍການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ດ້ວຍ​ຄວາມສະໜິດສະໜົມ, ຈິງ​ໃຈຕໍ່​ກັນ, ຊ່ວຍ​ເຫຼືອ​ເກື້ອກູນກັນ ​ແລະ ​​ໂອບ​ເອື້ອ​ອາລີ, ສຸມ​ໃສ່​ຍົກ​ລະດັບ​ການ​ພົວພັນດ້ານການ​ປ້ອງກັນ​ປະ​ເທດລະຫວ່າງ​ຈີນ-ອາ​ຊຽນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຖອດ​ຖອນ​ບົດຮຽນ​ນຳກັນ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ ​ແລະ​ຮ່ວມ​ກັບ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ມີ​ລະດັບ​ສູງ​ກວ່າ​ເກົ່າ.

ບັນຫາ​ຫົວໜ້າ​ຄະນະ​ຜູ້ສັງ​ເກດການ​ຈາກ​ປະ​ເທດ​ອາ​ຊຽນ​ຕ່າງ​ກໍໄດ້ຕີ​ລາຄາ​ສູງ​ຕໍ່​ການ​ຝຶກ​ຊ້ອມຮ່ວມ​ສອງ​ຝ່າຍ​ທີ່ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ ​ແລະ ​ເປັນ​ເອກະ​ພາບ​ກັນ​ແລະ​ເຫັນ​ວ່າ: ບັນດາ​ປະ​ເທດ​ໃນ​ອາ​ຊຽນຕ່າງ​ກໍ​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງທາງ​ທະ​ເລ, ຫວັງ​ວ່າການ​ຝຶກ​ຊ້ອມ​ຮ່ວມ​ທາງ​ທະ​ເລ​ເທື່ອ​ນີ້​ຈະເປັນ​ໂອກາດທີ່​ດີ​ໃນ​ການສືບ​ຕໍ່​ລົງ​ເລິກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນກັບ​ຈີນ, ​ເພີ່ມ​ທະວີຄວາມ​ເຂົ້າ​ໃຈ​ແລະຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະກັນ ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ຄວາມ​ໝັ້ນຄົງທາງ​ທະ​ເລ.