
ການປູກຝັງໝາກເຜັດນ້ອຍເປັນໜຶ່ງໃນ 8 ຂະແໜງການຂອງການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກແລະການສະໜັບສະໜູນການພັດທະນາຂອງບ້ານປາຍຢຸນນານຕາແສງໜານຈ້ຽນ,ພັດທະນາການປູກຝັງໝາກເຜັດນ້ອຍໂດຍນຳພາຊາວນາປັບປຸງໂຄງການການປູກຝັງຕາມຄວາມຕ້ອງການຂອງຕະຫຼາດຢ່າງຫ້າວຫັນ ແລະ ຕາມຮູບແບບ “ໜ່ວຍພັກ+ສະມາຄົມການຮ່ວມມືອາຊີບ+ຄອບຄົວຊາວນາ”,ຄອບຄົວໜຶ່ງປູກໝາກເຜັດເນື້ອທີ່ 3 ມຸ້ກໍສາມາດເພີ່ມທະວີລາຍໄດ້ເກືອບ 10.000 ຢວນແລ້ວ,ໃນປັດຈຸບັນ ບ້ານປາຍຢຸນໄດ້ພັດທະນາການປູກຝັງໝາກເຜັດເປັນ 500 ມຸ້,ຈຶ່ງໄດ້ກາຍເປັນຂະແໜງການອັນໃໝ່ຂະແໜງໜຶ່ງທີ່ຊ່ວຍເພີ່ມທະວີລາຍໄດ້ໃຫ້ແກ່ຊາວນາ.