ຈີນ​ແລະ​ຫວຽດນາມ​ຮ່ວມ​ລາດຕະ​ເວນ​​ຕາມ​ຊາຍ​ແດນ​ຢຸນນານ-ລາວ​ກາຍ​ເປັນຄັ້ງທຳ​ອິດ

2018-10-24 17:01:27 |ມາຈາກ: cri

ວັນ​ທີ 23 ຕຸລາ​ນີ້, ຈີນ​ແລະ​ຫວຽດນາມ​ໄດ້​ຈັດ​ພິທີເລີ່​ມຕົ້ນການ​ລາດຕະ​ເວນ​ຮ່ວມ​ຕາມ​ຊາຍ​ແດນສອງ​ປະ​ເທດ​ຢູ່ຫຼັກໝາຍ​ຊາຍ​ແດນ​ເລກ 87(1) ຕາ​​ແສງ​ໝ໋າອ່ານຕີ ​ເມືອງ​ຈິ່ນຜິ​ງ ກິ່ງ​ແຂວງ​ຫົງ​ເຫີ ​ແ​ຂວງ​ຢຸນນານ ​ໂດຍ​​ແຂວງ​ຢຸນນານ ສປ ຈີນ ​ແລະ ​ແຂວງ​ລາວ​ກາຍ​ຈະ​ໃຊ້​ເວລາ 2 ວັນ​​ເພື່ອ​ລາດຕະ​ເວນ​ຮ່ວມ​ຕາມຫຼັກໝາຍ​ຊາຍ​ແດນຫຼາຍ​ແຫ່ງ ທັງຄົ້ນຄວ້າ​ແລະ​ປຶກສາ​ຫາລື​ການ​ຮ່ວມ​ມື​ເຂດ​ຊາຍ​ແດນ​ສອງ​ປະ​ເທດ.

ການ​ລາດຕະ​ເວນ​ຮ່ວມ​ເທື່ອ​ນີ້​ໄດ້​ເລີ່​ມຕົ້ນຢູ່ຫຼັກໝາຍ​ຊາຍ​ແດນ​ເລກ 87(1) ​ແລະ ​​ຕາມຫຼັກໝາຍ​ຊາຍ​ແດນຫຼາຍ​ແຫ່ງ ​ເຊັ່ນ: ຫຼາກໝາຍ​ຊາຍ​ແດນ​ເລກ 88(1), 90(1) ​ແລະ​ອື່ນໆ ຈົນ​ເຖິງ​ເລກ 103(1) ​ເພື່ອ​ກວດ​ເບິ່ງ​ຄວາມສົມບູນ​ຂອງຫຼັກໝາຍ​ຕ່າງໆ​ແລະ​ຄວາມ​ຊັດ​ເຈນ​ຂອງ​ເສັ້ນຊາຍ​ແດນ ທັງ​ປຶກສາຫາລື​ບັນຫາ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ ​ເຊັ່ນ: ການ​ພັດທະນາ​ການ​ຂັບ​ລົດ​ທ່ອງ​ທ່ຽວ, ການ​ທ່ຽວ​ເກາະດອນ​ຕ່າງໆ ​ແລະ ການ​ສ້າງ​ເຂດ​ຮ່ວມ​ມື​ດ້ານ​ເສດຖະກິດ​ຕາມ​ຊາຍ​ແດນ.