ກຸ່ມການຄ້າແຂວງຢຸນນານຈະຈັດກິດຈະກຳຫົວຂໍ້ “ງານວາງສະແດງອາຊີໃຕ້-ຈີນທີ່ບໍ່ສິ້ນສຸດ”

2018-10-25 15:42:28 |ມາຈາກ: Yunnan Gateway

ງານວາງສະແດງສິນຄ້າຂາເຂົ້າສາກົນປະເທດຈີນຄັ້ງທຳອິດຈະຈັດຂຶ້ນທີ່ນະຄອນຊຽງໄຮ.ກຸ່ມການຄ້າແຂວງຢຸນນານຈະຈັດກິດຈະກຳ “ສູນກາງແລກປ່ຽນແລະວາງສະແດງສິນຄ້າຂາເຂົ້າອາຊີອາຄະເນແລະອາຊີໃຕ້”ພ້ອມດ້ວຍກິດຈະກຳຫົວຂໍ້ “ງານວາງສະແດງອາຊີໃຕ້-ຈີນທີ່ບໍ່ສິ້ນສຸດ”ໃນວັນທີ 6 ພະຈິກ.

ໂດຍໄດ້ຮັບຮູ້ວ່າ,ກິດຈະກຳຫົວຂໍ້ສ່ວນຫຼາຍຈະກວມລວມລາຍການການແນະນຳ “ສູນກາງແລກປ່ຽນແລະວາງສະແດງສິນຄ້າຂາເຂົ້າອາຊີອາຄະເນແລະອາຊີໃຕ້”ພ້ອມດ້ວຍກິດຈະກຳຫົວຂໍ້ “ງານວາງສະແດງອາຊີໃຕ້-ຈີນທີ່ບໍ່ສິ້ນສຸດ”,ການແນະນຳຂະແໜງການ 8 ຂະແໜງທີ່ສຳຄັນຂອງແຂວງຢຸນນານແລະ “ປ້າຍ 3 ໃບ”ທີ່ເປັນລະດັບໂລກກໍຄື: “ພະລັງງານສີຂຽວ” “ອາຫານສີຂຽວ”ແລະ “ສະຖານທີ່ດຳລົງຊີວິດເພື່ອສຸຂະພາບທີ່ດີ”ແລະກິດຈະກຳອື່ນໆ.

ໂດຍໄດ້ຮັບຮູ້ວ່າ,ແຂວງຢຸນນານຈັດ “ງານວາງສະແດງອາຊີໃຕ້-ຈີນທີ່ບໍ່ສິ້ນສຸດ”,ຈະວາງສະແດງແລະຈຳໜ່າຍສິນຄ້າຂອງປະເທດອາຊີໃຕ້ແລະອາຊີອາຄະເນຕະຫຼອດປີ,ກໍ່ສ້າງຖານອັນສຳຄັນໃນການແລກປ່ຽນການຮ່ວມມືດ້ານເສດຖະກິດກັບປະເທດແລະພາກພື້ນຂອງອາຊີໃຕ້ແລະອາຊີອາຄະເນ,ນຳເຂົ້າສິນຄ້າທີ່ມີເອກະລັກແລະດີເດັ່ນຈາກປະເທດອາຊີໃຕ້ແລະອາຊີອາຄະເນໃຫ້ຫຼາຍກວ່າເກົ່າ,ຊຸກຍູ້ປະສິດທິຜົນຂອງງານວາງສະແດງໃຫ້ຂະຫຍາຍອອກສູ່ພາຍນອກຂອງງານວາງສະແດງ,ສົ່ງເສີມແລະຂະຫຍາຍຜົນສຳເລັດຂອງງານວາງສະແດງ.