ນາ​ຍົກ​ຍີ່​ປຸ່ນ​ຢ້ຽມ​ຢ​າມ​ຈີນ

2018-10-25 17:14:20 |ມາຈາກ: cri

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານ ຊິນ​ໂ​ຊະ ອະ​ເ​ບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຈະ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ຫາ​ວັນ​ທີ 27 ຕຸ​ລາ​ນີ້.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຊິນ​ໂ​ຊະ ອະ​ເບະຄັ້ງ​ນີ້, ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ອີກ​ຄັ້ງ​ໜຶ່ງຕັ້ງ​ແຕ່​ທ່ານ​ໂນ​ດະ ໂຢ​ຊິ​ຮິ​ໂກະ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຢ້ຽມ​ຢາມ​ຈີນ​ໃນ​ປີ 2011 ເປັນ​ຕົ້ນ​ມາ. ທ່ານ​ຊຸ​ກະ ໂຢ​ຊິ​ຮິ​ເດະ ຫົວ​ໜ້າ​ຄະ​ນະເລ​ຂາ​ທິ​ການ​ລັດ​ຖະ​ບານ​ຍີ່​ປຸ່ນ​ກ່າວ​ວ່າ: ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ຂະ​ຫຍາຍ​ຕົວ​ຕໍ່​ໄປ ແລະ​ມີ​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງ.

ອີງ​ຕາມ​ວາ​ລະ​ການ​ຢ້ຽມ​ຢາມ, ຕອນ​ບ່າຍ​ວັນ​ທີ 25 ຕຸ​ລາ​ນີ້, ທ່ານ​ຊິນ​ໂ​ຊະ ອະ​ເບະຈະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ລະ​ລຶກວັນ​ເຊັນ “ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ແລະ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ” ຄົບ​ຮອບ 40 ປີ​ທີ່​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ຈີນ. ຕອນ​ເຊົ້າ​ວັນ​ທີ 26 ຕຸ​ລາ, ທ່ານຈະ​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ຂອງ​ຈີນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ຈີນ, ຈາກ​ນັ້ນ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຕະຫຼາດ​ຝ່າຍ​ທີ​ສາມ​ຂອງລັດ​ແລະ​​ເອ​ກະ​ຊົນ​ຈີນ-ຍີ່​ປຸ່ນ​ຄັ້ງ​ທຳ​ອິດ, ຜູ້​ຕາງ​ໜ້າ​ລັດ​ຖະ​ບານ, ສະ​ຖາ​ບັນການ​ເງິນ ແລະ ວິ​ສ​າ​ຫະ​ກິດ​ຂະ​ໜາດ​ໃຫຍ່​ຂອງ​ສອງ​ປະ​ເທດ​ຈະ​ເຂົ້າຮ່ວມກອງ​ປະ​ຊຸມ​ເຊັ່ນ​ກັນ ແລະ​ຄາດ​ວ່າ​ຜູ້​ຮ່ວມ​ປະ​ຊຸມ​ໃນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​ຈະ​​ເຂົ້າ​ຮ່ວມຫຼາຍກວ່າ 1000 ຄົນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະຈັດ​ໃຫ້​ມີ​ຫົວ​ຂໍ້​​ຍ່ອຍຕ່າງໆ ເຊັ່ນ: ຄົມ​ມະ​ນາ​ຄົມ​ແລະການ​​ຈໍລະ​ຈອນ​ສິນ​ຄ້າ, ສິ່ງ​ແວດ​ລ້ອມ​​ແລະພະ​ລັງ​ງານ, ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ ແລະ​ອື່ນໆ.