ວັນທີ 25 ຕຸລານີ້,ຢູ່ນະຄອນຫຼວງປັກກິ່ງ, ທ່ານກ່າວເຟີ່ງ ໂຄສົກກະຊວງການຄ້າຈີນເປີດເຜີຍວ່າ: ນັບແຕ່ເດືອນມັງກອນຫາເດືອນກັນຍາຜ່ານມາ, ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດທີ່ລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ບັນລຸເຖິງ 6080 ຕື້ຢວນ, ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຊິ່ງສູງກວ່າຈັງຫວະການເຕີບໂຕດ້ານການຄ້າກັບຕ່າງປະເທດຂອງຈີນ 3,3%, ໃນນີ້, ມູນຄ່າການຄ້າສົ່ງອອກບັນລຸເຖິງ 3380 ຕື້ຢວນ, ເພີ່ມຂຶ້ນ 7,7%, ມູນຄ່າການນຳເຂົ້າ 2700 ຕື້ຢວນ, ເພີ່ມຂຶ້ນ 20,9%.
ໃນການຮ່ວມມືດ້ານການລົງທຶນໃນ 3 ໄຕມາດຜ່ານມາ, ວິສາຫະກິດຈີນໄດ້ລົງທຶນໂດຍກົງໃນຂົງເຂດບໍ່ແມ່ນການທະນາຄານຢູ່ປະເທດທີ່ລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”ບັນລຸມູນຄ່າເຖິງ 10,78 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນອກນີ້, ການສ້າງໂຄງການຕ່າງໆຢູ່ປະເທດເຫຼົ່ານີ້ໄດ້ຮັບການປະຕິບັດຢ່າງໜັກແໜ້ນ. ທ່ານກ່າວເຟີ່ງໃຫ້ຮູ້ວ່າ: ມາຮອດປັດຈຸບັນ,ວິສາຫະກິດຈີນໄດ້ຊຸກຍູ້ການກໍ່ສ້າງເຂດຮ່ວມມືເສດຖະກິດການຄ້າ ຢູ່ປະເທດທີ່ລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ” ທັງໝົດ 82 ແຫ່ງ, ປະກອບສ່ວນດ້ານການເສຍອາກອນໃຫ້ປະເທດເຫຼົ່ານີ້ລວມທັງໝົດ 2,01 ຕື້ໂດລາສະຫະລັດ ທັງໄດ້ສ້າງໂອກາດວຽກເຮັດງານທຳ 244.000 ຕຳແໜ່ງໃຫ້ປະເທດກ່ຽວຂ້ອງ.