ກອງປະຊຸມປະຈຳປີ 2018 ຂອງສະມາຄົມດາລາສາດຈີນໄດ້ເປີດສາກທີ່ມະຫາວິທະຍາໄລຢຸນນານໃນວັນທີ 28,ເຊິ່ງໄດ້ດຶງດູດນັກວິຊາການແລະຜູ້ຊ່ຽວຊານປະມານ 900 ກວ່າຄົນເຂົ້າຮ່ວມ.
ກອງປະຊຸມໄລຍະ 3 ວັນນີ້ ກ່ຽວພັນເຖິງວິຊາຂອງແຕ່ລະສາຂາຂອງດາລາສາດແລະວິຊານຳໜ້າທີ່ ກ່ຽວຂ້ອງ,ເຊິ່ງຈະດຳເນີນໄປຕາມຮູບແບບລາຍງານຂອງກອງປະຊຸມແລະລາຍງານຂອງສາຂາກອງປະຊຸມຫົວຂໍ້ສະເພາະ, ລາຍງານເຜີຍແຜ່ຄວາມຮູ້ລະດັບສູງ.ກອງປະຊຸມປະຈຳປີຄັ້ງນີ້ລວມມີສະຖານທີ່ປະຊຸມທັງຫມົດ 9 ແຫ່ງ,ເນື້ອໃນການຫາລືກວມເອົາດາລາສາດວິທະຍຸ,ຕາເວັນ,ດາວເຄາະ,ດາວແລະລະບົບທາງຊ້າງເຜືອກ,ການສຶກສາ,ການເຜີຍແຜ່ຄວາມຮູ້ວິທະຍາສາດແລະດ້ານອື່ນໆ.