ທ່ານຫຼີເຄີ້ສຽງໄດ້ອອກຄຳຊີ້ແຈ້ງອັນສຳຄັນຕໍ່ກອງປະຊຸມໃຫຍ່ວິທະຍາສາດທາງຊີວິດຂອງໂລກ 2018

2018-10-29 16:29:33 |ມາຈາກ: Yunnan Gateway

ວັນ​ທີ 27 ຕຸ​ລານີ້, ກອງ​ປະ​ຊຸມ​ໃຫຍ່ວິ​ທະ​ຍາທາງ​ຊີ​ວິດ​ຂອງ​ໂລກ 2018 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​ສຽງ ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ອອກ​ຄຳ​ຊີ້​ແຈ້ງ​ອັນ​ສຳ​ຄັນ, ໂດຍ​ກ່າວວ່າ: ​ວິ​ທະ​ຍາ​ສາດ​ທາງ​ຊີ​ວິດ​ກ່ຽວ​ພັນ​ເຖິງ​ສຸ​ຂະ​ພາບ​ແລະ​ພັດ​ທະ​ນາ​ຂອງ​ມະ​ນຸດ, ໄດ້​ກາຍ​ເປັນ​ຂົງ​ເຂດອັນ​ສຳ​ຄັນຂອງ​ການ​ປະ​ດິດ​ສ້າງໃໝ່​​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຫຼາຍ​ປະ​ເທດ, ​ ​ວິ​ທະ​ຍາ​ສາດ​ທາງ​ຊີ​ວິດ​ທົ່ວ​ໂລກ​ໄດ້​​ຜະ​ເຊີນ​ໜ້າ​ກັບ​ໂອ​ກາດ​​ການພັດ​ທະ​ນາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ຈີນ​ພວມ​ປະ​ຕິ​ບັດ​ຍຸດ​ທະ​ສາດ​​ທີ່​ເອົາ​ການປະ​ດິດ​ສ້າງ​ໃໝ່​​ມາ​ຊຸກ​ຍູ້​ການ​ພັດ​ທະ​ນາແລະ​ຍຸດ​ທະ​ສາດ​​ປະ​ເທດ​ຈີນ​ທີ່​ມີ​ສຸ​ຂະ​ພາບຢ່າງ​ຮອບ​ດ້ານ, ​ໄດ້ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ​ທາງ​ຊີ​ວິດຢ່າງ​ບໍ່​ຢຸດ​ຢັ້ງ, ເນັ້​ນ​ໜັກ​ພັດ​ທະ​ນາ​ເຕັກ​ນິກ​ໃໝ່​ແລະ​ຜະ​ລິດ​ຕະ​ກຳ​ໃໝ່​​ໃນ​ຂົງ​ເຂດວິ​ທະ​ຍາສາດ​ທາງ​ຊີ​ວິດ, ເລັ່ງ​ລັດ​ບຳ​​ລຸງ​ສ້າງ​​ພະ​ລັງ​ແຮງ​ໃໝ່​ເພື່ອ​ການພັ​ດ​ທະ​ນາ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ. ຫວັງ​ໃຫ້​ແຂກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັງ​ນີ້​​ຈົ່ງລົງ​ເລິກ​ການ​ແລກ​ປ່ຽນ​ກ່ຽວ​ກັບ​ຫົວ​ຂໍ້​ຫຼັກ​ຂອງກອງ​ປະ​ຊຸມ, ​ເຕົ້າ​ໂຮມຄວາມ​ຮັບ​ຮູ້​ຄື​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​, ຊຸກ​ຍູ້​ການ​ຄົ້ວ​ຄວ້າ​ແລະ​ການ​ປະ​ດິດ​ສ້າງເຕັກ​ນິກ​ໃ​ໝ່​ໃນ​ວິ​ທະ​ຍາ​ສາດ​ທາງ​ຊີ​ວິດ​ໃຫ້​ໄດ້​ຮັບ​ການ​ບຸກ​ທະ​ລຸ​ຫຼາຍກວ່າ​ເກົ່າ, ຮ່ວມ​​ກັນ​ຮັບ​ມື​ກັບ​ສິ່ງທ້າ​ທາຍ​ຕ່າງໆ​ຄື​ພະ​ຍາດ​​ຮ້າຍ​ແຮງ, ປະ​ຊາ​ກອນ​ຫັນ​ເປັນ​​ຜູ້​ເຖົ້າ, ​ການເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ, ຂາດ​ຊັບ​ພະ​ຍາ​ກອນ​​ແລະ​ອື່ນໆ, ຊຸກ​ຍູ້​ສັງ​ໂຄມ​ເສດ​ຖະ​ກິດ​ໂລກ​ໃຫ້​ພັ​ດ​ທະ​ນາ​ແບບ​ຍຶນ​ຍົງ, ​ສ້າງ​ຄວາມ​ສຸກໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຫຼາຍກວ່າ​ເກົ່າ​.