ຜູ້​ນຳ​ຈີນແລະ​ຝ​ຣັ່ງ​ສົ່ງ​ສານ​ຊົມ​ເຊີຍ​ເຊິ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ສົ່ງ​ດາວ​ທຽມ​ທະ​ເລ​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

2018-10-29 16:33:07 |ມາຈາກ: Yunnan Gateway

ວັນ​ທີ 29 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ເອ​ມາ​ນູ​ເອ​ວ ​ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ສົ່ງ​ສານ​​ສະ​ແດງ​ຄວາມຊົມ​ເຊີຍ​ເຊິ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ສອງ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ກັນ​ສົ່ງ​ດາວ​ທຽມ​ທະ​ເລ​ຂຶ້ນ​ສູ່​ອະ​ວະ​ກາດ.

ສານ​ຊົມ​ເຊີຍ​ຊອງ​ທ່ານ​ສີ​ຈິ້ນ​ຜິງ​ຂຽນ​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ບິນ​ອະ​ວະ​ກາດ​ເປັນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຝ​ຣັ່ງ. ​ສອງ​ປະ​ເທດ​ສົ່ງ​ດາວ​ທຽມ​ທະ​ເລ​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ​ເປັນ​ໝາກ​ຜົນຫຼ້າ​ສຸດ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ບິນ​ອະ​ວະ​ກາດ​ຂອງ​​ຈີນ-ຝ​ຣັ່ງ ເຊິ່ງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຂົງ​ເຂດ​ຕ່າງ​ໆ​ເຊັ່ນ:​ການ​ຕິດ​ຕາມ​ວັດ​ແທກສະ​ພາບ​ແວດ​ລ້ອມ​ມະ​ຫາ​ສະ​ໝຸດ​ທົ່ວ​ໂລກ, ການ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ອື່ນໆ. ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ສາຍ​ພົວ​ພັນ​ຈີນ-ຝ​ຣັ່ງ ແລະ​ຍິນ​ດີຮ່ວມ​ກັບ​ຝ​ຣັ່ງ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງ​ໆ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເຂົ້າ​ສູ່​ລວ​ງ​ເລິກ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຝ​ຣັ່ງ​ທີ່​ແໜ້ນ​ແຟ້ນ​ຍາວ​ນານ​ນັ້ນ​ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ຫຼາຍ​ຂຶ້ນກວ່າ​ເກົ່າ.

ສານ​ຊົມ​ເຊີຍ​ຂອງ​ທ່ານ​​ມາ​ຄ​ຣົງ​ຂຽນ​ວ່າ: ການ​ທີ່​ຝ​ຣັ່ງ-ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ທະ​ເລ​ຂຶ້ນ​ສູ່​ອະ​ວະ​ກາດ​ນັ້ນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​​ນີ້ເປັນ​ບາດ​ກ້າວ​ສຳ​ຄັນ​ກ້າວ​ໜຶ່ງ​ຂອງການ​ຮ່ວມ​ມື​ດ້ານ​ການ​ບິນ​ອະ​ວະ​ກາດ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ຮ່ວມ​ມື​ດ້ານ​ການ​ບິນ​ອະ​ວະ​ກາດ​ເປັນ​ພາກ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ຝ​ຣັ່ງ-ຈີນ, ຝ​ຣັ່ງ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ​ແລະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ອື່ນໆ.