
ໃນຕອນເຊົ້າຂອງວັນທີ 30 ຕຸລາ,ພິທີການເປີດກິດຈະກຳຝຶກອົບຮົມນັກຂ່າວແລະສື່ມວນຊົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 2 ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ.

ຫົວຂໍ້ຂອງການຝຶກອົບຮົມຄັ້ງນີ້ແມ່ນ “ການເປີດປະຕູສູ່ໂລກພາຍນອກຂອງປະເທດຈີນ”.ລັດຖະກອນທາງຂະແໜງການສື່ສານມວນຊົນຈຳນວນ 15 ຄົນທີ່ມາຈາກປະເທດກຳປູເຈຍ,ລາວ,ໄທແລະມຽນມາຈະເຂົ້າຮ່ວມກິດຈະກຳການແລກປ່ຽນແລະການທັດສະນະສຶກສາທີ່ນະຄອນຄຸນໝິງແລະນະຄອນຫາງໂຈ່ກັບນັກຂ່າວຂອງກຸ່ມບໍລິສັດໜັງສືພິມລາຍວັນຢຸນນານເປັນເວລາ 12 ວັນ;ຮັບຟັງການສອນຂອງຜູ້ຊ່ຽວຊານ,ທຳຄວາມເຂົ້າໃຈກັບປະສົບການເຜີຍແຜ່ການຮ່ວມມືສາກົນຂອງອົງການສື່ສານມວນຊົນຫຼັກແລະຮໍ່າຮຽນເຕັກນິກຂອງສື່ມວນຊົນແບບໃໝ່ເປັນຕົ້ນ.
