ທ່ານ​ນາງ​ເພີງ​ລີ້ຢວນ​ພົບ​ປະ​ກັບ​ທ່ານ​ບີວເກດ

2018-11-07 16:41:25 |ມາຈາກ: CRI

ວັນ​ທີ 5 ພະ​ຈິກ​ນີ້​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ທ່ານ​ນາງ​ເພີງ​ລີ້ຢວນ, ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທູດ​ພິ​ເສດ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດວັນ​ນະ​ໂລກ​ແລະ​ພະ​ຍາດ​ເອດ​ຂອ​ງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ພົບ​ປະ​ກັບ​ທ່ານ​ບີວ​ເກດ ປະ​ທານກອງ​ທຶນ​ເກດ​ອາ​ເມ​ຣິ​ກາ.

ທ່ານ​ນາງ​ເພີງ​ລີ້ຢວນ ກ່າວ​ວ່າ, ໃນ​ຫຼາຍ​ປີ​ຜ່ານ​ມາ, ກອງ​ທຶນ​ເກັດ​ສ໌​ໄດ້​ອອກ​ແຮງ​ລົງ​ທຶນ​ໃນ​ກິດ​ຈະ​ກຳ​ພັດ​ທະ​ນາ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​, ປິ່ນ​ປົວພະ​ຍາດ​ແລະ​ອື່ນໆ, ທັງ​ໄດ້​ຮັກ​ສາ​ການ​ພົວ​ພັນ​ອັນ​ດີ​ງາມແລະ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ເອດ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ແຂງ​ແຮງ, ການ​ກໍ່​ສ້າງ​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ທົ່ວ​ໂລກ​ແລະ​ອື່ນໆ. ພວກ​ເຮົາ​ສະ​ໜັບ​ສະ​ໜູນກອງ​ທຶນ​​ເກດ​ໃຫ້ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ສາ​ມ​ຝ່າຍ​ກັບ​ຈີນ, ລວມ​ທັງ​ຍົກ​ສູງ​ການ​ສ້າງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ແລະ​ຖັນ​ແຖວ​ວິ​ຊາ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.

ທ່ານເກດ ຊົມ​ເຊີຍ​ຈີນ​ຈັດ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ກ່າວ​ວ່າ, ມະ​ນຸດ​ເຮົາ​ພວມ​ຜະ​ເຊີນ​ກັບສິ່ງ​ທ້າ​ທາຍ​​ຮ້າຍ​ແຮງ​ລັກ​ສະ​ນະ​ທົ່ວ​ໂລກ​ໃນ​ຂົງ​ເຂດ​ສຸ​ຂະ​ພາບ​, ຕົນ​ເອງ​ຍ້ອງ​ຍໍ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ແລະ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ການ​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ຂອງ​ຈີນ​ໃນ​ພາ​ລະ​ກິດ​ ຊຸກ​ຍູ້ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບ​ພະ​ອາ​ນາ​ໄມຂອງ​ໂລກ. ກອງ​ທຶນ​ເກດ ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ດັ່ງ​ກ່າວ.