ງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 12 ໄດ້ຈັດຂຶ້ນຢູ່ສູນວາງສະແດງການບິນສາກົນຈູ່ໄຫແຂວງກວາງຕຸ້ງ ສປ ຈີນໃນວັນທີ 6 ພະຈິກນີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມຊົມເຊີຍດ້ວຍຄວາມປິຕິຊົມຊື່ນຕໍ່ການຈັດງານຄັ້ງນີ້ ແລະໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງຈິງໃຈຕໍ່ຜູ້ຕາງໜ້າ,ນັກທຸລະກິດແລະບຸກຄົນວົງການຕ່າງໆຂອງບັນດາປະເທດທີ່ເຂົ້າຮ່ວມງານ.
ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ຈີນໄດ້ຮ່ວມກັບບັນດາປະເທດໃນໂລກສຸມທຸກຄວາມພະຍາຍາມເພື່ອຊຸກຍູ້ການພັດທະນາວິທະຍາສາດເຕັກນິກດ້ານການບິນແລະການບິນອະວະກາດມາໂດຍຕະຫຼອດ. ຜ່ານຄວາມພະຍາຍາມເປັນເວລາຫຼາຍກວ່າ 20 ປີ, ງານວາງສະແດງການບິນແລະການບິນອະວະກາດສາກົນຈີນໄດ້ກາຍເປັນໜຶ່ງໃນງານວາງສະແດງວິຊາການປະເພດການບິນແລະການບິນອະວະກາດທີ່ມີອິດທິພົນຫຼາຍທີ່ສຸດໃນສາກົນ ເຊິ່ງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າຕໍ່ການຊຸກຍູ້ການພັດທະນາວິທະຍາສາດເຕັກນິກດ້ານການບິນແລະການບິນອະວະກາດຂອງໂລກ. ເຊື່ອວ່າການຈັດງານວາງສະແດງຄັ້ງນີ້ຍ່ອມຈະຊຸກຍູ້ການພັດທະນາວິທະຍາສາດເຕັກນິກການບິນແລະການບິນອະວະກາດຂອງໂລກຢ່າງແຂງແຮງ,ຊຸກຍູ້ການແລກປ່ຽນແລະການຮ່ວມມືໃນສາກົນ,ເພື່ອປະກອບສ່ວນໃຫ້ແກ່ປະຊາຊົນຂອງບັນດາປະເທດໃນໂລກໄດ້ຊົມໃຊ້ຜົນສຳເລັດແຫ່ງການພັດທະນາເຕັກນິກການບິນແລະການບິນອະວະກາດຮ່ວມກັນ.