ຈາກສວນກາເຟທີ່ເມືອງພູເອີ,ໄປຈົນເຖິງການເລືອກຮ້ານກາເຟທີ່ຕັ້ງຢູ່ໃຈກາງເມືອງຄຸນໝິງ,ທີ່ແຂວງຢຸນນານ Starbucks ໄດ້ບັນລຸຂັ້ນຕອນທັງໝົດຕັ້ງແຕ່ເມັດກາເຟຈົນຮອດຈອກກາເຟ.ໃນປັດຈຸບັນ, Starbucks ໄດ້ດໍາເນີນການປູກຝັງ ການແປຮູບກາເຟແລະການຮ່ວມມືດ້ານອື່ນໆທີ່ແຂວງຢຸນນານ,ລວມທັງໄດ້ເປີດຮ້ານກາເຟຂອງຕົນຈຳນວນ 28 ແຫ່ງໃນທົ່ວແຂວງ,ຍີ່ຫໍ້ Starbucks ໄດ້ກາຍເປັນຍີ່ຫໍ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຊາວສວນຜູ້ປູກຕົ້ນກາເຟແລະໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ.
ສຳລັບການຮ່ວມມືກັບແຂວງຢຸນນານໃນອະນາຄົດ,ທ່ານ ຊຸຍຟູ້ຊິວ ຮອງຜູ້ອຳນວຍການສາຂາປະເທດຈີນຂອງບໍລິສັດ Starbucks(ຈີນ)ໄດ້ສະແດງຄວາມຄາດຫວັງເປັນຢ່າງຍິ່ງ.ທ່ານໄດ້ກ່າວວ່າ,ຫລັງຈາກ 20 ປີທີ່ບໍລິສັດ Starbucks ໄດ້ເຂົ້າມາປະເທດຈີນ, ໄດ້ເປີດຮ້ານກາເຟ Starbucks ທັງຫມົດ 3500 ກວ່າແຫ່ງໃນທົ່ວປະເທດແລ້ວ,ໃນໄລຍະນີ້ວິສາຫະກິດໄດ້ເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວແລະໃນປີ 2019 ມີແຜນການຈະເພີ່ມສາຂາອີກ 600 ກວ່າແຫ່ງ.
ແຂວງຢຸນນານເປັນສະຖານທີ່ຜະລິດກາເຟທີ່ໃຫຍ່ທີ່ສຸດໃນປະເທດຈີນ,ການເພີ່ມສາຂາຂອງຮ້ານກາເຟ Starbucks ທີ່ນັບມື້ນັບຫຼາຍຂຶ້ນນັ້ນໄດ້ນໍາໂອກາດດ້ານການຮ່ວມມືທີ່ຫຼາຍຂຶ້ນມາສູ່ແຂວງຢຸນນານ. Starbucks ໄດ້ກໍ່ສ້າງສູນກາງສະໜັບສະໜູນຜູ້ປູກຕົ້ນກາເຟທີ່ເມືອງພູເອີແຂວງຢຸນນານ,ເຊິ່ງມີຈຸດປະສົງຊ່ວຍເຫຼືອຊາວສວນຜູ້ປູກຕົ້ນກາເຟຍົກສູງຍອດຜະລິດຕະພັນຂອງກາເຟແລະຮັກສາຄຸນນະພາບຂອງກາເຟໃຫ້ຄົງທີ່.