ສ້າງສາການປູກຢາພື້ນເມືອງຈີນໃຫ້ເປັນຂະແໜງການທີ່ສ້າງຄວາມຮັ່ງມີ

2018-11-12 16:30:40 |ມາຈາກ: 云南日报

ບ້ານປາຍຢຸນຕາແສງນານຈ້ຽນແຂວງຢຸນນານໄດ້ອີງອາໄສທ່າແຮງຊັບພະຍາກອນທີ່ມີຢູ່ຂອງຕົນ,ຈັດຕັ້ງສະມາຄົມການປູກຝັງເຊິນຕາ,ປະດິດສ້າງແລະປະຕິບັດຮູບແບບການຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແມ່ນຢໍາດ້ວຍ“ການກໍ່ສ້າງຂອງພັກ+ສະມາຄົມ+ສະຖານທີ່ພື້ນຖານ+ຄອບຄົວຊາວນາ”.ໃນປັດຈຸບັນ,ພື້ນທີ່ການປູກຝັງຕັນເຊີນ(ຢາພື້ນເມືອງຈີນຊະນິດໜຶ່ງ)ຂອງບ້ານປາຍຢຸນມີເຖິງ 200 ມຸ້,ຄອບຄົວຊາວນາຜູ້ປູກຢາພື້ນເມືອງມີເຖິງ 80 ກວ່າຄອບຄົວ,ສະເລ່ຍລາຍໄດ້ຂອງແຕ່ລະຄອບຄົວສາມາດບັນລຸເຖິງ 3000 ຢວນຂຶ້ນໄປ.