ເປີດ​ງານ​ວາງ​ສະ​ແດງ​ເພື່ອ​ລະ​ນຶກ​ຈີນ​ປະ​ຕິ​ຮູບ​ແລະ​​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2018-11-13 16:56:57 |ມາຈາກ: Yunnan Gateway

ພິ​ທີ​ເປີດງານ​ວາງ​ສະ​ແດງ​ການ​ປະ​ຕິ​ຮູບ​ທີ່​ຍິ່ງ​ໃຫຍ່ ​ເພື່ອ​ລະ​ນຶກ​ຈີນ​ປະ​ຕິ​ຮູບ​ແລະ​​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍ​ມີ​ທ່ານ​ວາງ​ຮູ​ນິງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.

ງາ​ນ​ວາງ​ສະ​ແດງ​ໄດ້​ຈັດ​ໃຫ້​ມີຫຼາຍ​ຫົວ​ຂໍ້​ເຊັ່ນ: ການ​ເລືອກ​ເຟັ້ນ​ເສັ້ນ​ທາງ​ເດີນ​ຂອງ​ປະ​ເທດ​ຊາດ, ພາ​ລະ​ກິດ​ທີ່​ສະ​ຫງ່າ​ຜ່າ​ເຜີຍ, ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ປະ​ຫວັດ​ສາດ, ສະ​ພາບ​ການ​ຂອງ​ປະ​ເທດ​ໃຫຍ່, ການ​ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ ແລະ ອື່ນໆ ໂດຍ​ໄດ້​ໃຊ້​ຮູບ​ພາບ​ໃນ​ປະ​ຫວັດ​ສາດ, ຕົວ​ໜັງ​ສື, ວິ​ດີ​ໂອ ແລະ ວິ​ທີ​ອື່ນໆ ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​​ໃນການ​ຜະ​ລິດ​ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ນັບ​ແຕ່​ຈີນ​ປະ​ຕິ​ຮູບ ແລະ ​ເປີດ​ປ​ະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ມາ​ນີ້ ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈົນ​ມາ​ຮອດ​ປັດ​ຈຸ​ບັນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ເບື້ອງ​ຕົ້ນ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​ຈົນ​ມາ​ເຖິງ​ສະ​ພາບ​ຮັ່ງ​ມີ​ຂຶ້ນ ແລະ ​ສະ​ພາບ​ເຂັ້ມ​ແຂງທີ່​ສຸດ​ໃນ​ປັດ​ຈຸ​ບັນ.