ຄະນະຜູ້ແທນອົງການຂ່າວແຂວງຢຸນນານເຂົ້າຢ້ຽມຄຳນັບລັດຖະມົນຕີກະຊວງຂ່າວສານຂອງປະເທດກຳປູເຈຍ

2018-11-15 12:19:00 |ມາຈາກ: Yunnan Gateway

ໃນຕອນເຊົ້າຂອງວັນທີ 14 ເດືອນພະຈິກ, ຄະນະການຢ້ຽມຢາມສອງຝ່າຍຂອງອົງການຂ່າວສານຂອງປະເທດຈີນແລະປະເທດເຂດອະນຸພາກພື້ນແມ່ນໍ້າຂອງຄັ້ງທີ 6 ໄດ້ເຂົ້າຢ້ຽມຄຳນັບລັດຖະມົນຕີກະຊວງຂ່າວສານຂອງປະເທດກຳປູເຈຍ ທ່ານ ກ້ຽວ•ກັນນະເລ.ສອງຝ່າຍໄດ້ດຳເນີນການແລກປ່ຽນໃນດ້ານການຮ່ວມມືຂອງສື່ມວນຊົນລະຫວ່າງຈີນກັບກຳປູເຈຍ ແລະຊຸກຍູ້ສົ່ງເສີມພັດທະນາກົນໄກການຢ້ຽມຢາມຂອງທັງສອງຝ່າຍລະຫວ່າງອົງການສື່ມວນຊົນພາຍໃນປະເທດຂອງເຂດອະນຸພາກພື້ນແມ່ນໍ້າຂອງໃຫ້ເປັນປົກກະຕິແລະຫົວຂໍ້ອື່ນໆ.

ທ່ານ ກ້ຽວ•ກັນນະເລ ໄດ້ສະແດງຄວາມຍິນດີຕໍ່ການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນ.ທ່ານໄດ້ກ່າວວ່າ,ໃນຊຸມປີມານີ້,ກະຊວງຂ່າວສານຂອງປະເທດກຳປູເຈຍໄດ້ຮັກສາການຕິດຕໍ່ຢ່າງແໜ້ນແຟ້ນກັບແຂວງຢຸນນານ ສປ ຈີນມາຕະຫຼອດ, ໄດ້ແຕ່ງຕັ້ງຄະນະຜູ້ແທນໄປທັດສະນະສຶກສາແລະຝຶກອົບຮົມຢູ່ແຂວງຢຸນນານຢ່າງເປັນປົກກະຕິ.ອົງການສື່ມວນຊົນຂອງປະເທດຈີນແລະກຳປູເຈຍໄດ້ປະຕິບັດການຮ່ວມມືຢ່າງມີປະສິດທິຜົນໃນການຮ່ວມມືດ້ານໜັງສືພິມ ໂທລະພາບ ວາລະສານແລະດ້ານອື່ນໆ,ເຊິ່ງໄດ້ສົ່ງເສີມບົດບາດທີ່ຫ້າວຫັນໃນການກໍ່ສ້າງຂົວທີ່ເຊື່ອມຕໍ່ຈິດໃຈຂອງປະຊາຊົນທັງສອງຝ່າຍ.ຫວັງວ່າອົງການສື່ມວນຊົນທັງສອງປະເທດສາມາດເພີ່ມທະວີການແລກປ່ຽນແລະການຮ່ວມມືໃຫ້ເຂັ້ມແຂງກວ່າເກົ່າ,ເຮັດໃຫ້ປະຊາຊົນຂອງສອງປະເທດສາມາດເພີ່ມທະວີການຮັບຮູ້ໃຫ້ເລິກເຊິ່ງກວ່າເກົ່າດ້ວຍການຮ່ວມມືຂອງສື່ມວນຊົນ.

ຫົວໜ້າຂອງຄະນະຜູ້ແທນ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຫ້ອງການຂ່າວສານອຳນາດການປົກຄອງແຂວງຢຸນນານ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະມົນຕີ ກ້ຽວ•ກັນນະເລ.ເພິ່ນໄດ້ກ່າວວ່າ,ພາຍໃຕ້ຂໍ້ລິເລີ່ມຂອງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”,ແຂວງຢຸນນານແລະປະເທດກຳປູເຈຍຈະມີໂອກາດການພັດທະນາການຮ່ວມມືທີ່ດີຍິ່ງຂຶ້ນໃນອະນາຄົດ,ຫ້ອງການຂ່າວສານອຳນາດການປົກຄອງແຂວງຢຸນນານຈະເຊື້ອເຊີນອົງການສື່ມວນຊົນຂອງປະເທດກຳປູເຈຍມາຢ້ຽມຢາມແຂວງຢຸນນານໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊີໃຕ້ ງານວາງສະແດງສິນຄ້າຂອງປະເທດອາຊີໃຕ້ແລະອາຊີອາຄະເນພ້ອມດ້ວຍກອງປະຊຸມປຶກສາຫາລືການລົງທຶນການຄ້າແລະອື່ນໆ.