ວັນທີ 19 ພະຈິກນີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານເກີງສວງ ໂຄສົກກະຊວງການຕ່າງປະເທດຈີນຖະແຫຼງວ່າ: ການປຶກສາຫາລືເພື່ອຄວາມເປັນເອກະພາບກັນເປັນຫຼັກການພື້ນຖານອັນໜຶ່ງສຳລັບບັນດາປະເທດສະມາຊິກທີ່ເຂົ້າຮ່ວມການຮ່ວມມືອົງການການຮ່ວມມືເສດຖະກິດອາຊີປາຊີຟິກຫຼືເອເປັກ ທັງເປັນເງື່ອນໄຂເບື້ອງຕົ້ນໃນການຮັບປະກັນໃຫ້ອົງການເອເປັກພັດທະນາຢ່າງປອດໃສ. ຈີນຍິນດີສືບຕໍ່ເພີ່ມທະວີການແລກປ່ຽນຄວາມຄິດຄວາມເຫັນກັບບັນດາຝ່າຍເພື່ອຊຸກຍູ້ການຮ່ວມມືເອເປັກ ທັງເຂົ້າຮ່ວມການປຶກສາຫາລືບັນຫາທີ່ກ່ຽວຂ້ອງ.
ຕາມຂ່າວແຈ້ງວ່າ: ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກຄັ້ງທີ 26 ບໍ່ໄດ້ອອກຖະແຫຼງການກ່ອນກອງປະຊຸມຈະອັດລົງ. ນັກວິເຄາະເຫັນວ່າ ຄວາມເຫັນຂັດແຍ້ງກັນລະຫວ່າງຈີນ-ອາເມຣິກາເປັນສາເຫດຕົ້ນຕໍທີ່ມີຜົນຕໍ່ເລື່ອງດັ່ງກ່າວ. ຕໍ່ກໍລະນີນີ້, ທ່ານເກີງສວງຢືນຢັນວ່າ: ຈີນໄດ້ຕັ້ງໜ້າສະໜັບສະໜູນປາປົວນິວກີເນເປັນປະທານຈັດກອງປະຊຸມຜູ້ນຳເອເປັກໃຫ້ສຳເລັດຜົນມາແຕ່ຫົວທີ ແລະໄດ້ເສີມຂະຫຍາຍບົດບາດສ້າງສັນໃນການຊຸກຍູ້ກອງປະຊຸມໃຫ້ປະສົບຜົນສຳເລັດທີ່ດີ ທັງໄດ້ສະແດງໃຫ້ເຫັນຄວາມຈິງໃຈຫຼາຍທີ່ສຸດ. ຈີນຍິນດີສືບຕໍ່ເພີ່ມທະວີການແລກປ່ຽນຄວາມຄິດຄວາມເຫັນກັບບັນດາຝ່າຍເພື່ອຊຸກຍູ້ການຮ່ວມມືເອເປັກ ທັງເຂົ້າຮ່ວມການປຶກສາຫາລືບັນຫາທີ່ກ່ຽວຂ້ອງ.
ທ່ານເກີງສວງຢືນຢັນວ່າ ສະມາຊິກສ່ວນໃຫຍ່ຂອງເອເປັກສະໜັບສະໜູນລັດທິຫຼາຍຝ່າຍ, ປົກປ້ອງລະບົບການຄ້າຫຼາຍຝ່າຍ ແລະສະໜັບສະໜູນອົງການການຄ້າໂລກເສີມຂະຫຍາຍບົດບາດຂອງຕົນ.