ການລາດຕະເວນແມ່ນໍ້າຂອງແລະປະຕິບັດກົດໝາຍຮ່ວມກັນລະຫວ່າງປະເທດຈີນ ລາວ ມຽນມາແລະໄທຄັ້ງທີ 76 ໄດ້ລິເລີ່ມຂຶ້ນ

2018-11-21 15:22:31 |ມາຈາກ: Yunnan Gateway

ໃນຕອນເຊົ້າ 8 ໂມງຂອງວັນທີ 20,ພາຍໃຕ້ການຊີ້ນຳຮ່ວມກັນຂອງຜູ້ຊີ້ນຳສີ່ປະເທດກໍຄືປະເທດຈີນ ລາວ ມຽນມາແລະໄທ,ທິມລາດຕະເວນແມ່ນໍ້າຂອງແລະປະຕິບັດກົດໝາຍຮ່ວມກັນ ໄດ້ຂີ່ເຮືອອອກຈາກທ່າເຮືອກວນໄຫຼ ກິ່ງແຂວງສີບສອງພັນນາປະເທດຈີນ, ເລີ່ມດຳເນີນການລາດຕະເວນແມ່ນໍ້າຂອງແລະປະຕິບັດກົດໝາຍຮ່ວມກັນລະຫວ່າງປະເທດຈີນ ລາວ ມຽນມາແລະໄທຄັ້ງທີ 76 ຢ່າງເປັນທາງການ.

ຈາກການຖະແຫຼງການຂອງທິມໃຫຍ່ຕຳຫຼວດປ້ອງກັນຊາຍແດນແຂວງຢຸນນານແລ້ວຮູ້ວ່າ,ກິດຈະກຳຮ່ວມກັນຄັ້ງນີ້ຈະສືບຕໍ່ເປັນເວລາ 5 ມື້ແລະ 4 ຄືນ,ເສັ້ນທາງເດີນເຮືອແມ່ນຍາວກວ່າ 500 ກິໂລແມັດ.ທິມໃຫຍ່ລາດຕະເວນແລະປະຕິບັດກົດໝາຍຈະດຳເນີນການຊ້ອມທະຫານໃນການລາດຕະເວນແມ່ນໍ້າຂອງແລະປະຕິບັດກົດໝາຍຮ່ວມກັນ ລະຫວ່າງປະເທດຈີນ ລາວ ມຽນມາແລະໄທໂດຍປິ່ນອ້ອມຫົວຂໍ້ “ການເຝົ້າຍາມແລະສັງເກດການ-2018”ທີ່ເຂດນໍ້າສາມຫລ່ຽມທອງຄໍາພ້ອມດ້ວຍການຊ້ອມທະຫານຕໍ່ຕ້ານການກໍ່ການຮ້າຍຮ່ວມກັນເທິງໜ້ານໍ້າແລະການຊ້ອມທັກສະການປະຕິບັດງານຂອງຕຳຫຼວດ,ຈຸດປະສົງແມ່ນຍົກສູງຄວາມສາມາດໃນການຕໍ່ຕ້ານການກໍ່ການຮ້າຍແລະການຕໍ່ຕ້ານອາດຊະຍາກຳຂ້າມຊາດຮ່ວມກັນລະຫວ່າງອົງການແລະສະມາຊິກຜູ້ປະຕິບັດກົດໝາຍຂອງສີ່ປະເທດ.

ໂດຍໄດ້ຮັບຮູ້ວ່າ,ທິມລາດຕະເວນດັ່ງກ່າວຍັງຈະປະຕິບັດກິດຈະກຳທີ່ເຂດນໍ້າເມືອງໝໍ ປານຊ່ຽວກໍຂອງປະເທດລາວແລະສະຖານທີ່ອື່ນໆກໍຄື:ການກວດກາທາງບົກແລະທາງນໍ້າຮ່ວມກັນ,ການຢ້ຽມຢາມຮ່ວມກັນ,ການໂຄສະນາປາບປາມຢາເສບຕິດແລະອື່ນໆ.ທິມລາດຕະເວນຈະຈັດກິດຈະກຳການແລກປ່ຽນວັດທະນະທຳແລະກິລາຂອງສີ່ປະເທດທີ່ເມືອງໝໍປະເທດລາວເພື່ອເພິ່ມທະວີການແລກປ່ຽນແລະມິດຕະພາບຂອງສະມາຊິກຜູ້ປະຕິບັດກົດໝາຍພື້ນຖານຂອງສີ່ປະເທດ.