ວັນທີ 19 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຊິ່ງກັນ ແລະກັນເຖິງທ່ານເອມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ເພື່ອສະເຫຼີມສະຫຼອງການເລີ່ມຕົ້ນ “ປີສິ່ງແວດລ້ອມຈີນ-ຝຣັ່ງ” ຢ່າງເປັນທາງການ.
ທ່ານສີຈິ້ນຜິງກ່າວວ່າ: ຖ້າສິ່ງແວດລ້ອມນິເວດໄດ້ຮັບການພັດທະນາສົ່ງເສີມຄວາມສີວິໄລກໍໄດ້ຮັບການພັດທະນາ, ແຕ່ຖ້າສິ່ງແວດລ້ອມນິເວດຊຸດໂຊມກໍເຮັດໃຫ້ຄວາມສີວິໄລຊຸດໂຊມລົງເຊັ່ນດຽວກັນ. ຈີນ ແລະຝຣັ່ງຕັດສິນໃຈຮ່ວມກັນເປດີ “ປີສິ່ງແວດລ້ອມຈີນ-ຝຣັ່ງ” ກໍເພື່ອເພີ່ມທະວີການປຶກສາຫາລື ແລະການຮ່ວມມືໃນການອະນຸລັກສິ່ງແວດລ້ອມນິເວດ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະອື່ນໆ, ກໍຄືການຮັບມືກັບສິ່ງທ້າທາຍສິ່ງແວດລ້ອມທົ່ວໂລກ.
ທ່ານມາຄຣົງກ່າວວ່າ: ຈີນກຳລັງຊຸກຍູ້ການສ້າງຄວາມສີວິໄລທາງລະບົບນີເວດ, ຕັ້ງໜ້າເຂົ້າຮ່ວມຂະບວນການແກ້ໄຂບັນຫາດິນຟ້າອາກາດແບບຫຼາຍຝ່າຍ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຝຣັ່ງ-ຈີນ. ຝຣັ່ງຍິນດີຮ່ວມກັບຈີນ, ນຳພາໂລກໄປສູ່ເສັ້ນທາງການພັດທະນາແບບສີຂຽວ, ກາກບອນຕ່ຳ ແລະແບບຍືນຍົງ.