ປະເທດໄທນຳໃຊ້ການອອກວິຊາປະເພດ Visa on Arrival ແບບອີເລັກໂຕນິກ

2018-11-22 12:02:37 |ມາຈາກ: Yunnan Gateway

ທ່ານ ສຸລາເຊ ຮັກສາການຫົວໜ້າສຳນັກງານກວດຄົນເຂົ້າເມືອງແຫ່ງປະເທດໄທໄດ້ຖະແຫຼງໃນວັນທີ 21 ວ່າສຳນັກງານກວດຄົນເຂົ້າເມືອງປະເທດໄທໄດ້ນຳໃຊ້ການອອກວິຊາປະເພດ Visa on Arrival ແບບອີເລັກໂຕນິກຢ່າງເປັນທາງການຕໍ່ 21 ປະເທດແລະເຂດແຄວ້ນເຊິ່ງໄດ້ລວມທັງປະເທດຈີນ,ຄາດຄະເນວ່າຈະຫຍໍ້ເວລາການຊຳລະຄ່າວິຊາປະເພດ Visa on Arrival ຂອງນັກທ່ອງທ່ຽວທີ່ສະໜາມບິນປະເທດໄທຢ່າງຫຼວງຫຼາຍ,ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.