
ຫວ່າງມໍ່ໆນີ້, ອົງການກາແດງແຂວງຢຸນນານໄດ້ຈັດ “ພິທີມອບວັດຖຸເຄື່ອງໃຊ້ໃນລາຍການການຢ້ຽມຢາມບ້ານເຜົ່າຢີຄັ້ງທີ 6 ຂອງອົງການກາແດງແຂວງຢຸນນານ”ເຊິ່ງໄດ້ຈັດຂຶ້ນທີ່ບ້ານປານຖຽນສົ່ງຕາແສງເຜົ່າຢີເຜົ່າຮຸຍເກົ້າສ່ຽງເມືອງຢີຫຼຽງ.ໃນວັນດຽວກັນ,ອົງການກາແດງແຂວງຢຸນນານໄດ້ຮ່ວມມືກັບໂຮງໝໍພະຍາດຜູ້ອາວຸໂສແຂວງຢຸນນານແລະຫໍດາລາສາດແຂວງຢຸນນານຂອງສະຖາບັນວິທະຍາສາດຈີນ,ໄດ້ນຳກິດຈະກຳການກວດພະຍາດການກຸສົນແລະກິດຈະກຳການເຜີຍແຜ່ຄວາມຮູ້ວິທະຍາສາດມາສູ່ບ້ານແຫ່ງດັ່ງກ່າວ.