ຜົນການເລືອກຕັ້ງທ້ອງຖິ່ນຂອງໄຕ້ຫວັນໄດ້ເປີດເຜີຍໃນວັນທີ 25 ພະຈິກນີ້. ທ່ານໝາສ້ຽວກວ່າງ ໂຄສົກຫ້ອງການວຽກງານໄຕ້ຫວັນຄະນະລັດຖະບານຈີນກ່າວວ່າ: “ ພວກຂ້າພະເຈົ້າໄດ້ເອົາໃຈໃສ່ນຳຜົນການເລືອກຕັ້ງຄັ້ງນີ້ ເຊິ່ງຜົນນີ້ໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາອັນແຮງກ້າຂອງປະຊາຊົນໄຕ້ຫວັນທັງຫຼາຍທີ່ຫວັງຈະສືບຕໍ່ຮ່ວມກັນຊົມໃຊ້ຜົນປະໂຫຍດແຫ່ງການພັດທະນາການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໂດຍສັນຕິ ແລະປັບປຸງເສດຖະກິດແລະຊີວິດການເປັນຢູ່ໃຫ້ດີຂຶ້ນ. ພວກຂ້າພະເຈົ້າຈະສືບຕໍ່ຍຶດໝັ້ນຄວາມເປັນເອກະພາບກັນປີ 1992, ຄັດຄ້ານອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດພ້ອມດ້ວຍການເຄື່ອນໄຫວຂອງເຂົາເຈົ້າ, ສາມັກຄີກັບພີ່ນ້ອງຮ່ວມຊາດໄຕ້ຫວັນອັນໄພສານ, ເດີນຕາມເສັ້ນທາງພັດທະນາການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໂດຍສັນຕິ. ບົນພື້ນຖານທີ່ມີຄວາມຮັບຮູ້ຢ່າງຖືກຕ້ອງຕໍ່ຄວາມເປັນຈິງຂອງການພົວພັນລະຫວ່າງສອງຝັ່ງແລະການແລກປ່ຽນລະຫວ່າງຕົວເມືອງຂອງສອງຝັ່ງ, ພວກຂ້າພະເຈົ້າຍິນດີຕ້ອນຮັບຕົວເມືອງຕ່າງໆຂອງໄຕ້ຫວັນເຂົ້າຮ່ວມການແລກປ່ຽນແລະການຮ່ວມມືລະຫວ່າງຕົວເມືອງສອງຝັ່ງໃຫ້ຫຼາຍກວ່າເກົ່າ.