ກິດ​ຈະ​ກຳ​ສົນ​ທະ​ນາ​ການ​ສຶກ​ສາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2018-11-26 16:48:08 |ມາຈາກ: Yunnan Gateway

ວັນ​ທີ 24 ພະ​ຈິກ​ນີ້, ກິດ​ຈະ​ກຳ​ສົນ​ທະ​ນາ​ການ​ສຶກ​ສາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ທີ່​​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສປ ຈີນ, ເຈົ້າ​ໜ້າ​ທີ່​ການ​ສຶ​ກ​ສາ, ຜູ້​ຊ່ຽວ​ຊານ, ນັກ​ວິ​ຊາ​ການ​ແລະ​ບຸກ​ຄົນ​ສຳ​ຄັນ​ອື່ນໆ​ປະ​ມານ 200 ທ່ານ​ທີ່​ມາ​ຈາກ​ 40 ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈຳ​ນວນ​ໜຶ່ງ​ໄດ້​ຮ່ວມ​ປະ​ຊຸມ.

ຂ່າວ​ແຈ້ງວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ “ຄົ້ນ​ຄວ້າ, ວາງ​ແຜນ​ແລະວິ​ໄສ​ທັດ”, ເພື່ອ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ປັນ​ຍາ​ແລະ​ການ​ຈັດ​ຕັ້ງ​ຂອງ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ​ຢ່າງ​ເຕັມ​ສ່ວນ, ແນ​ໃສ່​​ວາງນະ​ໂຍ​ບາຍ​ແລະ​ວາງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ລັດ, ລົງ​ເລິກ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພື່ອ​ສ້າງວິ​ໄສ​ທັດ​ປີ 2030, ເສີມ​ຂະ​ຫຍາຍ​ບົດ​ບາດ​ແລະ​ຄວາມ​ຮັບ​ຜິດ​ຊອບ​ການ​ສຶກ​ສາ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ດີກວ່າ​ເກົ່າ, ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຂົງ​ເຂດ​ບູ​ລິ​ມະ​ສິດ​ແລະຫາ​ຊ່ອງ​ທາງ​ເພື່ອ​ບັນ​ລຸ​ຜົນ​ເປັນ​ຈິງ​ຂອງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຊາດ, ​ເພື່ອຊ່ວຍ​​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ.