ທ່ານ ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແອ​ສ​ປາຍ, ອາກ​ຊັງ​ຕິນ, ປາ​ນາ​ມາ ແລະ​ປອກ​ຕຸຍ​ການ​ທາງ​ລັດ​ຖະ​ກິດ

2018-11-27 17:33:06 |ມາຈາກ: CRI

​ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ທ່ານ​ສົມ​ເດັດ ເຟ​ລິ​ເປ ເຈົ້າ​ຊີ​ວິດ​ແອ​ສ​ປາຍລາ​ຊະ​ການ​ທີ 6, ທ່ານ ມໍ​ຣີ​ຊີ​ໂອ ມາ​ຄ​ຣີ ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ອາກ​ຊັງ​ຕິນ, ທ່ານ ຮູ​ອັນ ຄາ​ລອສ ວາ​ເຣ​ລາ ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ປາ​ນາ​ມາ ແລະ ທ່ານ ມາ​ເຊ​ໂລ ເຣ​ເບ​ໂຣ ເດີ ​ໂຊ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ສາ​ທ​າ​ລະ​ນະ​ລັດ​ປອກ​ຕຸຍ​ການ, ວັນ​ທີ 27 ພະ​ຈິກນີ້ ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ອອກ​ເດີນ​ທາງ​​ຈາກ​ປັກ​ກິ່ງ​ເພື່ອ​ຢ້ຽມ​ຢາມ 4 ປະ​ເທດ​ດັ່ງ​ກ່າວ​ທາງ​ລັດ​ຖະ​ກິດ; ຂະ​ນະ​ດຽວ​ກັນ, ​ຍັງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ຄັ້ງ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບູ​ໂນ​ສ​ໄອ​ເຣ​ສປະ​ເທດ​ອາກ​ຊັງ​ຕິນ ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ມໍ​​ຣີ​ຊີ​ໂອ ມາ​ຄ​ຣີ ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ອາກ​ຊັງ​ຕິນ.

ຄະ​ນະ​ຕິດ​ຕາມ​ທ່ານ ສີ​ຈິ້ນ​ຜິງ ​ເດີນ​ທາງ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້​ມີ: ທ່ານ​ນາງ ເພີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ ສີ​ຈິ້ນ​ຜິງ; ທ່ານ ຕິ່ງ​ເຊວ່​ຊຽງ ກຳ​ມະ​ການ​​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຫ້ອງ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ; ທ່ານ ຢາງ​ເຈ​ຊື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ; ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ; ທ່ານ ເຮີ​ລີ້​ເຟິ່ງ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບ​ແລະ​ພັດ​ທະ​ນາ​ແຫ່ງ​ລັດ​ຈີນ ແລະ ທ່ານ​ອື່ນໆ.