ງານດົນຕີປະສານສຽງເພື່ອສະເຫຼີມສະຫຼອງການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກຄົບຮອບ40 ປີ

2018-12-04 16:57:36 |ມາຈາກ: Yunnan Gateway

ໃນວັນທີ 3 ທັນວາ,ງານດົນຕີປະສານສຽງເພື່ອສະເຫຼີມສະຫຼອງການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກຄົບຮອບ40 ປີໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມເບີ 1 ຂອງຫໍປະຊຸມນະຄອນຄຸນໝິງ,ກິດຈະກຳຄັ້ງນີ້ແມ່ນຄະນະພັກກອມມູນິດຈີນນະຄອນຄຸນໝິງ ແລະອຳນາດການປົກຄອງທ້ອງຖິ່ນນະຄອນຄຸນໝິງເປັນຝ່າຍເຈົ້າການ,ພະແນກໂຄສະນາຂອງຄະນະພັກກອມມູນິດຈີນຄຸນໝິງ ກົມກິລາໂທລະພາບວັດທະນະທຳຄຸນໝິງເປັນຝ່າຍຈັດຕັ້ງ.ງານດົນຕີຄັ້ງນີ້ໄດ້ປິ່ນອ້ອມຫົວຂໍ້ “ດຳເນີນການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກຕະຫຼອດໄປ”, ປະກອບສ່ວນດ້ວຍ 4 ພາກສ່ວນກໍຄື:ນິທານຂອງລະດູໃບໄມ້ຫຼົ່ນ,ບົດທີ່ຮຸ່ງເຮືອງ,ສະແຫວງຫາຄວາມໃຝ່ຝັນແລະການຟື້ນຟູຄວາມຮຸ່ງເຮືອງ,ການກໍ່ສ້າງຄວາມຮຸ່ງເຮືອງນຳກັນ.