ໄຂ​ງານ​ກິ​ລາ​ລະ​ດູ​ໜາວ​ຄັ້ງ​ທຳ​ອິດ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ

2018-12-06 16:50:53 |ມາຈາກ: Yunnan Gateway

ງານ​ກິ​ລາ​ລະ​ດູ​ໜາວ​ຄັ້ງ​ທຳ​ອິດ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ທັນ​ວາ​ນີ້. ​ໂດຍນັກ​ກິ​ລາ, ກຳ​ມະ​ການ, ພະ​ນັກ​ງານ​ແລະຜູ້​ຊົມ​ປະ​ມານ 4000 ຄົນ​ທີ່​ມາ​ຈາກ​ເຂດ​ຕ່າງໆແລະ​ສະ​ມາ​ຄົມ​ກິ​ລາ​ປັກ​ກິ່ງ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໄຂ​ງານ​ກິ​ລາ​ລະ​ດູ​ໜາວ​ຄັ້ງ​ນີ້​ຢູ່​ຫໍ​ກິ​ລາ​​ອູ​ເຄີ​ຊົງ.
ຕາມ​ຂ່າວ​ແຈ້ງວ່າ, ລາຍ​ການ​ແຂ່ງ​ຂັນ​ສ່ວນ​ໜຶ່ງ​ຂອງ​ງານ​ກິ​ລາ​ດັ່ງ​ກ່າວ​ໄດ້​ເລີ່ມ​ແຂ່ງ​ຂັນ​ໃນ​ເດືອນ​ພະ​ຈິກ​ແລ້ວ​ນີ້, ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ລະ​ດູ​ໜາວ​ຄັ້ງ​ນີ້​ຈະ​ດຳ​ເນີນໄປ​ຈົນ​ຮອດ​ເດືອນ​ມັງ​ກອນ​ປີ​ໜ້າ, ຄາດ​ວ່າ​ຈະ​ມີ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຫຼາຍກວ່າ 4000 ຄົນ.