ຊາ “ຈຳປາຄຳ”ຂອງປະເທດລາວສຸມໃສ່ການພັດທະນາຕະຫຼາດຢູ່ປະເທດຈີນໂດຍປັກຫລັກຢູ່ແຂວງຢຸນນານ

2018-12-07 15:15:28 |ມາຈາກ: Yunnan Gateway

ທີ່ຫໍວາງສະແດງສາກົນຂອງງານວາງສະແດງຂະແໜງການຊາສາກົນປະເທດຈີນ(ຄຸນໝິງ)ປະຈຳປີ 2018,ຊາແດງນິເວດດັ້ງເດີມຂອງປະເທດລາວຍີ່ຫໍ້“ຈຳປາຄຳ” ຕົ້ນຊາເກົ່າແກ່ຂອງແຂວງຫຼວງພະບາງໄດ້ດຶງດູດຊາວເມືອງແລະຜູ້ມັກຊາມາຊື້ຢ່າງຫຼວງຫຼາຍ;ກຸ່ມຜະລິດຕະພັນຊາ“ດອກຈຳປາຄຳ”ມີຄຸນນະພາບສູງແລະລົດຊາດທີ່ພິເສດຈຶ່ງໄດ້ຮັບການຕີລາຄາສູງ.

ຕົ້ນຊາເກົ່າແກ່ຂອງຍີ່ຫໍ້ “ຈຳປາຄຳ”ທີ່ຕັ້ງຊື່ໂດຍນຳໃຊ້ຊື່ດອກຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດຂອງປະເທດລາວນັ້ນເປັນຊາຂອງຂວັນລະດັບຊາດຂອງລາວ,ພ້ອມກັນນັ້ນຍັງເຄີຍເປັນຊາທີ່ຖືກກໍານົດໃຊ້ໃນ “ ‘ເວທີປຶກສາຫາລືການຮ່ວມມືລາວ-ຈີນ’ ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທຳອິດ.ຊຸມປີມານີ້,ພາຍໃຕ້ການຊຸກຍູ້ສົ່ງເສີມຂອງເຂດການຄ້າເສລີຈີນອາຊຽນແລະການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”,ການຄ້າເສດຖະກິດລະຫວ່າງຈີນແລະລາວໄດ້ຮັບການພັດທະນາຢ່າງວ່ອງໄວ, ຕົ້ນຊາເກົ່າແກ່ “ຈຳປາຄຳ”ທີ່ຜະລິດຈາກລາວແລະຈຳໜ່າຍໄດ້ດີຢູ່ປະເທດເອີລົບນັ້ນກໍໄດ້ເຂົ້າສູ່ທ້ອງຕະຫຼາດຂອງປະເທດຈີນແລ້ວ.ການທີ່ເປັນວິສາຫະກິດຊາເກົ່າແກ່ທີ່ໃຫຍ່ທີ່ສຸດຂອງປະເທດລາວ ——ບໍລິສັດຊາຈຳປາຄຳປະເທດລາວ,ໃນປັດຈຸບັນໄດ້ສ້າງຕັ້ງບໍລິສັດຍ່ອຍຢູ່ແຂວງຢຸນນານແລະຈັດຕັ້ງສະຖານທີ່ພື້ນຖານປຸງແຕ່ງຂອງບໍລິສັດໃຫຍ່ຢູ່ທີ່ນະຄອນຄຸນໝິງແລ້ວ,ຍອດປຸງແຕ່ງໃນປີບັນລຸເຖິງ 50 ລ້ານຢວນ.ໂດຍຜ່ານການປັກຫລັກຢູ່ແຂວງຢຸນນານເພື່ອດຳເນີນການຮ່ວມມືດ້ານເຕັກນິກແລະການປຸງແຕ່ງການຜະລິດ,ໃນປັດຈຸບັນ ທຸລະກິດຂອງບໍລິສັດໄດ້ຂະຫຍາຍໄປເຖິງນະຄອນຫຼວງປັກກິ່ງ ນະຄອນຊຽງໄຮ ແຂວງກວາງຕຸ້ງແລະສະຖານທີ່ອື່ນໆພາຍໃນປະເທດຈີນແລ້ວ,ກາຍເປັນຊາທີ່ຊຸກຍູ້ການແລກປ່ຽນການຄ້າລະຫວ່າງລາວແລະຈີນ.