ສະມາຄົມຊຸກຍູ້ການຈັດຕັ້ງທ້ອງຖິ່ນສາກົນແຂວງຢຸນນານໄດ້ຈັດພິທີເປີດຊຸດຝຶກອົບຮົມສະໜັບສະໜູນປະເທດລາວທີ່ນະຄອນຫຼວງວຽງຈັນປະເທດລາວ

2018-12-10 17:28:36 |ມາຈາກ: Yunnan Gateway

ໃນວັນທີ 10 ທັນວາ ປີ 2018,ພິທີເປີດຊຸດຝຶກອົບຮົມການບໍລິຫານພາລະກິດຫົນທາງຫຼວງລາວທີ່ເປັນລາຍການສະໜັບສະໜູນປະເທດລາວທີ່ອຳນາດການປົກຄອງທ້ອງຖິ່ນຢຸນນານເປັນເຈົ້າການ ພະແນກການຄ້າແຂວງຢຸນນານເປັນຜູ້ຄຸ້ມຄອງ ສະມາຄົມຊຸກຍູ້ການຈັດຕັ້ງທ້ອງຖິ່ນສາກົນແຂວງຢຸນນານເປັນຜູ້ຊ່ວຍແລະມະຫາວິທະຍາໄລຊ່າງເຕັກນິກເຄຫາແຂວງຢຸນນານຮ່ວມມືຈັດການໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນປະເທດລາວ.ຜູ້ແທນຈາກຝ່າຍຈັດການ ຝ່າຍຮ່ວມຈັດການ ແລະຄະນະກຳມະການຮ່ວມມືລາວ-ຈີນທີ່ກ່ຽວຂ້ອງພ້ອມດ້ວຍລັດຖະກອນຂອງອົງການບໍລິຫານພາລະກິດຫົນທາງຫຼວງປະເທດລາວຈຳນວນ 30 ຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ລາຍການການຝຶກອົບຮົມຄັ້ງນີ້ເປັນລາຍການສະໜັບສະໜູນປະເທດລາວທີ່ສະມາຄົມຊຸກຍູ້ການຈັດຕັ້ງທ້ອງຖິ່ນສາກົນແຂວງຢຸນນານໄດ້ຈັດຂຶ້ນຢູ່ລາວເປັນຄັ້ງທຳອິດ.ເພື່ອຮັບປະກັນປະສິດທິຜົນຂອງການຝຶກອົບຮົມ ແລະສາມາດຊ່ວຍເຫຼືອຍົກສູງຄວາມສາມາດດ້ານບໍລິຫານຂອງພະນັກງານຫົນທາງຫຼວງປະເທດລາວຢ່າງແທ້ຈິງ,ຊຸກຍູ້ການແລກປ່ຽນລະຫວ່າງແຂວງຢຸນນານກັບລາວ,ບັນລຸການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຂອງຈີນແລະລາວ,ສະມາຄົມຊຸກຍູ້ການຈັດຕັ້ງທ້ອງຖິ່ນສາກົນແຂວງຢຸນນານໄດ້ຮ່ວມມືກັບມະຫາວິທະຍາໄລຊ່າງເຕັກນິກເຄຫາແຂວງຢຸນນານອອກແບບແຜນການປະຕິບັດຂອງການຝຶກອົບຮົມບົນພື້ນຖານໄດ້ແລກປ່ຽນກັບຝ່າຍລາວຢ່າງເຕັມທີ່.ໂດຍຈະຜ່ານກິດຈະກຳຕ່າງໆກໍຄື:ການອະທິບາຍຄວາມຮູ້ດ້ານທິດສະດີໃນຫ້ອງ ການສິດສອນປະຕິບັດກັບທີ່ ແລະ ທັດສະນະສຶກສາການກໍ່ສ້າງຫົນທາງພາກສະໜາມເປັນຕົ້ນ,ເພື່ອສົ່ງເສີມນັກຮຽນໃຫ້ມີການຮັບຮູ້ຕໍ່ເນື້ອໃນການຝຶກອົບຮົມທີ່ຍິ່ງດີກວ່າແລະລົງເລີກຍິ່ງກວ່າ.