ປະຊຸມສົນທະນາສຶກສາການຮ່ວມມືລະຫວ່າງຕົວເມືອງທ່ອງທ່ຽວຈີນ ແລະ ລາວ ໄດ້ຈັດຂຶ້ນທີ່ແຂວງຫຼວງພະບາງ

2018-12-11 17:15:37 |ມາຈາກ: Yunnan Gateway

ໃນວັນທີ 10 ທັນວາ,ກຸ່ມການທັດສະນະສຶກສາການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຕົວເມືອງແມ່ນໍ້າລ້ານຊ້າງແມ່ນໍ້າຂອງດ້ວຍການຂັບລົດເອງພາກສ່ວນສາກົນໄດ້ເຂົ້າຮ່ວມການສົນທະນາສຶກສາກັບຜູ້ແທນຈາກອຳນາດການປົກຄອງທ້ອງຖິ່ນ ສຳນັກງານການທ່ອງທ່ຽວ ໂຮງແຮມແລະມະຫາວິທະຍາໄລ,ເພື່ອຮ່ວມກັນຊຸກຍູ້ການກໍ່ສ້າງຂອງສະມາຄົມດັ່ງກ່າວ.

ຝ່າຍຫຼວງພະບາງໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ກຸ່ມການທັດສະນະສຶກສາແລະແນະນຳສະພາບຊັບພະຍາກອນການທ່ອງທ່ຽວແລະຕະຫຼາດຂອງທ້ອງຖິ່ນ.ໃນການປະຊຸມ,ສອງຝ່າຍໄດ້ໃຫ້ຄວາມເຫັນເປັນເອກະພາບດັ່ງລຸ່ມນີ້:ຂະຫຍາຍຄວາມຮັບຮູ້ຂອງແຂວງຢຸນນານກໍຄືປະເທດຈີນຕໍ່ຫຼວງພະບາງດ້ວຍການນຳໃຊ້ສື່ປະເພດໃໝ່ກໍຄື:ວິແຊັດ ເວີຍປໍ ເຕົາຢີນ(Tik Tok)ເປັນຕົ້ນ;ສະໜັບສະໜູນສຳນັກງານການທ່ອງທ່ຽວຂອງຈີນດຳເນີນການຮ່ວມມືໄລຍະຍາວແລະໝັ້ນຄົງກັບວິສາຫະກິດການທ່ອງທ່ຽວທ້ອງຖິ່ນ,ນຳສະເໜີຜະລິດຕະພັນດ້ານການທ່ອງທ່ຽວທີ່ມີຄຸນນະພາບສູງ;ພັດທະນາການທ່ອງທ່ຽວດ້ວຍການຂັບລົດເອງເພື່ອດຶງດູດນັກທ່ອງທ່ຽວຂອງແຂວງຢຸນນານມາທ່ຽວຫຼວງພະບາງໃຫ້ຫຼາຍກວ່າເກົ່າ,ທັງດຶງດູດນັກທ່ອງທ່ຽວຂອງປະເທດຕາເວັນຕົກທີ່ມາທ່ຽວຢູ່ແຂວງຫຼວງພະບາງນັ້ນເດີນທາງສູ່ພາກເໜືອລຽບຕາມແມ່ນໍ້າລ້ານຊ້າງແມ່ນໍ້າຂອງ,ທ່ຽວຊົມທິວທັດອັນສວຍງາມແລະຫຼາກຫຼາຍຂອງແຂວງຢຸນນານ.