ທ່ານ​ຫວາງຢີ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະຖານະ​ການ​ສາກົນ ​ແລະ​ການ​ທູດ​ຈີນ​ປີ 2018

2018-12-11 17:24:54 |ມາຈາກ: CRI

ວັນ​ທີ 11 ທັນວາ​ນີ້, ທ່ານຫວາງຢີ້ ທີ່​ປຶກສາ​​ແຫ່ງ​ລັດ, ທັງ​ເປັນ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ ​ແລະ​ກ່າວ​ປາ​ໄສ​ໃນພິທີ​ເປີດກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ​ສະຖານະ​ການ​ສາກົນ ​ແລະ​ການ​ທູດ​ຈີນ​ປີ 2018 ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໂດຍ​ສະຖາບັນ​ຄົ້ນ​ຄວ້າ​ບັນຫາ​ສາກົນ​ຈີນ ​ແລະ​ກອງ​ທຶນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ.
ທ່ານຫ​ວາງຢີ້ກ່າວ​ວ່າ: ປີ 2018, ການ​ທູດ​ຈີນ​ສາມາດ​ສະຫຼຸບ​ໄດ້ 5 ຄຳ​ສັບ ຄື: ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ການ​ຮ່ວມ​ມື, ຄວາມ​ກ້າວໜ້າ​ຢ່າງ​ໝັ້ນ​ທ່ຽງ, ການ​ນຳພາ, ຄວາມ​ຮັບຜິດຊອບ ​ແລະ​ການຍຶດໝັ້ນ.

ທ່ານ​ກ່າວ​ຕື່ມ​ວ່າ: ປີ 2019 ​ເປັນ​ປີ​ທີ່​ສປ ຈີນ​ສະຖາປະນາ​ປະ​ເທດຄົບຮອບ 70 ປີ. ຈີນ​ຈະ​ສືບ​ຕໍ່​ຍົກ​ສູງ​ຄັນທຸງ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ມວນ​ມະນຸດ, ສຸມ​ໃສ່​ການຈັດ​ເວທີ​ປຶກສາ​ຫາລື​ສຸດ​ຍອດການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງທີ 2 ​ໃຫ້​ມີ​ຜົນສຳ​ເລັດ, ຊຸກຍູ້​ການ​ຮ່ວມ​ມືບົນ​ຈິດ​ໃຈ​ມິດຕະາບ​ກັບ​ບັນດາ​ປະ​ເທດ​​ໃນ​ໂລກ, ຕັ້ງໜ້າ​ຮັກສາ​ຄວາມ​ໝັ້ນຄົງ​ ​ແລະ​ຄວາມ​ສະຫງົບຂອງ​ພາກ​ພື້ນ ​ແລະ​ໂລກ, ລົງ​ເລິກ​ເຂົ້າ​ຮ່ວມ ​ແລະ​ນຳພາ​ການ​ບໍ​ລະຫານ​ທົ່ວ​ໂລກ, ​ສ້າງ​ແນວທາງ​ໃໝ່​ດ້ານ​​ການ​ທູດ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.