ກອງ​ທັບ​ເຮືອ​ຈີນ-ຫວຽດ​ນາມ​ຈະ​ປະ​ຕິ​ບັດ​ການ​ລາດ​ຕະ​ເວນ​ຮ່ວມ​ຄັ້ງ​ທີ 25 ຢູ່​ອ່າວ​ເປີຍ​ປູ້

2018-12-13 16:19:26 |ມາຈາກ: CRI

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 12 ທັນ​ວາ​ນີ້​ວ່າ: ຕາມ​ສັນ​ຍາ​ລະ​ຫວ່າງ​ສອງກອງ​ທັບ​ຈີນ-ຫວຽດ​ນາມ, ​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ເຂດ​ສູ້​ຮົບ​ພາກ​ໃຕ້​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ແລະກອງ​ທັບ​ເຮືອ​ຫວຽດ​ນາມ​ເຂດ​ທີ​ໜຶ່ງ​ຈະ​ຮ່ວມ​ກັນ​ລາດ​ຕະ​ເວນ​ເປັນ​ຄັ້ງ​ທີ 25 ທັງ​ຈັດ​ການ​ຝຶກ​ຊ້ອມ​ຄົ້ນ​ຫາ​ແລະ​ກູ້​ໄພ​ຢູ່​ເຂດ​ທະ​ເລ​ອ່າວ​ເປີຍ​ປູ້​ແຕ່​ວັນ​ທີ 13-14 ທັນ​ວາ​ນີ້.

ຂ່າວ​ແຈ້ງວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ສາຍ​ພົວ​ພັນ​ສອງກອງ​ທັບ​ຈີນ​-ຫວຽດ​ນາມ ແລະ​ຍິນ​ດີ​ຮ່ວມ​ກັບ​ຫວຽດ​ນາມ​ຮ່ວມ​ກັນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​​ຮຽບ​ຮ້ອຍແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ອ່າວ​ເປີຍ​ປູ້​ແລະ​ເຂດ​ປະ​ມົງ​ຮ່ວມ ທັງ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງກອງ​ທັບ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.